ທ່ານ ສີຈີ້ນຜິງ ພົບປະກັບ ທ່ານ ປູຕິນ ຜ່ານທາງວິດີໂອ

2022-12-31 11:41:27 cri

ຕອນບ່າຍວັນທີ 30 ທັນວານີ້, ຢູ່ທີປັກກິ່ງ, ທ່ານ ສີຈີ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ຜ່ານທາງ ວິດີໂອ.

ທ່ານ ສີຈີ້ນຜິງ ກ່າວເນັ້ນໜັກວ່າ: ສອງປະເທດຈະສືບຕໍ່ຊຸກຍູ້ການຮ່ວມມືທີ່ແທດເໝາະກັບສະພາບຄວາມຈິງໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດການ ຄ້າ,  ພະລັງງານ, ການທະນາຄານ ແລະ ກະສິກກຳເປັນຕົ້ນໃຫ້ໄດ້ຮັບຄວາມ ຄືບໜ້າທີ່ຕັ້ງໜ້າ, ເປີດກວ້າງການຮ່ວມມືໃນດ້ານພະລັງງານແບບເກົ່າ ແລະ ແບບໃໝ່. ຈີນຍິນດີຮ່ວມກັບຣັດເຊຍ ແລະ ກຳລັງກ້າວໜ້າທີ່ຄັດຄ້ານລັດທິເຈົ້າ ອຳນາດ ແລະ ການເມືອງມະຫາອຳນາດທັງໝົດໃນໂລກ ເພື່ອຄັດຄ້ານລັດທິຝ່າຍ ດຽວ, ລັດທິປົກປ້ອງ ແລະ ການກະທຳຂົ່ມເຫັງໃດໆ, ເດັດດ່ຽວປົກປັກຮັກສາ ອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງສອງ ປະເທດ ພ້ອມດ້ວຍຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ.

ທ່ານ ວະລາດີເມຍ ປູຕິນ ກ່າວວ່າ, ຣັດເຊຍເດັດດ່ຽວສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາໄຕ້ຫວັນ ແລະ ເດັດດ່ຽວເຄົາລົບຫຼັກການປະເທດຈີນດຽວ. ຣັດເຊຍຄອງຄອຍການຕິດຕໍ່ພົວພັນກັບຈີນຢ່າງໃກ້ຊິດ, ຕັ້ງໜ້າຊຸກຍູ້ການຮ່ວມມື ໃນຂົງເຂດຕ່າງໆ.

ປະມຸກລັດສອງປະເທດ ຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບວິກິດ ການອູແກຣນ. ທ່ານ ສີຈີ້ນຜິງ ກ່າວເນັ້ນໜັກວ່າ, ຈີນສັງເກດເຫັນວ່າ ຣັດເຊຍ ກ່າວວ່າບໍ່ເຄີຍປະຕິເສດການແກ້ໄຂການປະທະກັນ ໂດຍຜ່ານວິຖີທາງການທູດຈັກເທື່ອ, ຈີນຍ້ອງຍໍຊົມເຊີຍຕໍ່ເລື່ອງນີ້. ຈີນຈະສືບຕໍ່ຍຶດຖືຫຼັກໝັ້ນພາວະວິໄສ ແລະ ເປັນທຳ, ຊຸກຍູ້ປະຊາຄົມໂລກໃຫ້ເຕົ້າຮ່ວມກຳລັງຮ່ວມກັນ, ເສີມຂະຫຍາຍ ບົດບາດສ້າງສັນເພື່ອແກ້ໄຂວິກິດການອູແກຣນດ້ວຍສັນຕິວິທີ.