ທ່ານ ສີຈິ້ນຜິງ ກ່າວຄຳປາໄສສຳຄັນໃນງານສະຫຼອງປີໃໝ່ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ

2022-12-31 11:31:42 cri

ຄະນະກຳມະການທົ່ວປະເທດສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ໄດ້ຈັດງານສະຫຼອງປີໃໝ່ຢູ່ຫໍສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໃນຕອນເຊົ້າວັນທີ 30 ທັນວານີ້.


ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສສຳຄັນໃນງານດັ່ງກ່າວ. ທ່ານກ່າວເນັ້ນວ່າ: ປີ 2023 ແມ່ນປີທຳອິດທີ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງຮອບດ້ານ. ເປັນປີທຳອິດທີ່ມີຜົນກະທົບຕໍ່ສະພາບການທັງໝົດ, ຈຸດເລີ່ມຕົ້ນມີລັກສະນະຕັດສິນຕໍ່ຂະບວນວິວັດໃນຕໍ່ໜ້າ. ພວກເຮົາຕ້ອງຕ້ອນຮັບຄວາມທ້າທາຍດ້ວຍນ້ຳໃຈສູ້ຊົນ, ບຸກເບີກອະນາຄົດດ້ວຍຄວາມບຸກບືນສູ້ຊົນ, ພະຍາຍາມບັນລຸໜ້າທີ່ເປົ້າໝາຍໝົດປີ ແລະສ້າງພື້ນຖານອັນດີງາມໃຫ້ແກ່ການບັນລຸເປົ້າໝາຍສູ້ຊົນຄົບຮອບຮ້ອຍປີເຫດການທີສອງ.

ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ໃນປີໃໝ່ນີ້, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ຕ້ອງເຊື່ອມຊຶມ ແລະ ຜັນຂະຫຍາຍຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງຮອບດ້ານ, ເພື່ອເຕົ້າໂຮມພະລັງແຮງ ແລະສະຕິປັນຍາ ແນໃສ່ບັນລຸໜ້າທີ່ເປົ້າໝາຍໃນຍຸກສະໄໝໃໝ່ ແລະຂະບວນການພັດທະນາໃໝ່ໄດ້ເປັນຢ່າງດີກວ່າເກົ່າ.