ຈີນຈະສືບຕໍ່ຕິດຕາມສະພາບການປ່ຽນແປງຂອງໂຄວິດ-19 ຢ່າງໃກ້ຊິດ, ພ້ອມກັບປະຊາຄົມໂລກຮ່ວມກັນຮັບມືກັບສິ່ງທ້າທາຍຈາກພະຍາດໂຄວິດ-19

2022-12-31 11:57:21 cri

ວັນທີ 30 ທັນວານີ້, ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ.


ສຳລັບສະພາບພະຍາດໂຄວິດ-19 ຢູ່ຈີນໃນຫວ່າງມໍ່ໆມານີ້, ທ່ານ ວ່າງເວີນປິ່ນ ຊີ້ອອກວ່າ: ນັບຕັ້ງແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ນຳໃຊ້ທ່າທີຢ່າງເປີດເຜີຍ ແລະ ໂປ່ງໃສມາໂດຍຕະຫຼອດ, ໄດ້ພ້ອມກັບປະຊາຄົມໂລກ ເຊິ່ງລວມທັງອົງການອະນາໄມໂລກ, ຊົມໃຊ້ຂໍ້ມູນຂ່າວສານທີ່ກ່ຽວຂ້ອງ, ຊົມໃຊ້ DNA ຂອງເຊື້ອໂຄວິດ-19 ຮ່ວມກັນຢ່າງທັນເວລາ.


ຫວ່າງບໍ່ດົນມານີ້, ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ຊົມໃຊ້ຂໍ້ມູນ DNA ຂອງເຊື້ອໂຄວິດ-19 ຂອງຜູ້ຕິດຢູ່ຈີນໂດຍຜ່ານສາງຂໍ້ມູນຂ່າວສານໄຂ້ຫວັດໃຫຍ່ທົ່ວໂລກໃນຫວ່າງມໍ່ໆມານີ້. ພາກສ່ວນທີ່ກ່ຽວຂ້ອງຂອງຈີນ ຈະສືບຕໍ່ຕິດຕາມສະພາບການປ່ຽນແປງຂອງໂຄວິດ-19 ຢ່າງໃກ້ຊິດ, ເປີດເຜີຍຂໍ້ມູນພະຍາດໂຄວິດ-19 ຢ່າງທັນເວລາ ແລະ ໂປ່ງໃສ, ພ້ອມກັບປະຊາຄົມໂລກຮ່ວມກັນຮັບມືກັບສິ່ງທ້າທາຍຈາກພະຍາດໂຄວິດ-19