ຈັດຕັ້ງປະຕິບັດ RCEP ຄົບຮອບໜຶ່ງປີ, ຊຸກຍູ້ການເຕີບໂຕຂອງເສດຖະກິດ ພາກພື້ນ

2022-12-31 12:35:00 CRI

 

     ວັນທີ 1 ມັງກອນ 2022, ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການຢູ່ 10 ປະເທດ, ຫຼັງຈາກນັ້ນ, ໄດ້ມີຜົນບັງຄັບໃຊ້ຢູ່ ສ ເກົາຫຼີ, ມະເລເຊຍ ແລະມຽນມາຕາມລໍາດັບ. ໃນເວລາ 1 ປີມານີ້, ໃນ 15 ປະເທດສະມາຊິກຂອງ RCEP,  ມີ 13 ປະເທດໄດ້ປະຕິບັດຕາມ RCEP ແລ້ວ. ຄຽງຄູ່ກັບບັນດາປະເທດສະມາຊິກຕັ້ງໜ້າປະຕິບັດຕາມຄໍາໝັ້ນສັນຍາເປີດປະຕູທີ່ກໍານົດໄວ້ໃນສົນທິສັນຍາ, ພາສີອາກອນໃນພາກພື້ນໄດ້ຫຼຸດໜ້ອຍລົງເທື່ອລະກ້າວ, ການຄ້າການລົງທຶນໄດ້ມີຄວາມສະດວກຫຼາຍຂຶ້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ, ສະພາບແວດລ້ອມການດໍາເນີນທຸລະກິດຂອງບັນດາປະເທດໃນພາກພື້ນໄດ້ນັບມື້ນັບດີຂຶ້ນ, ຜົນປະໂຫຍດຂອງ RCEP ໃນດ້ານການຊຸກຍູ້ການເຕີບໂຕຂອງເສດຖະກິດພາກພື້ນ ໄດ້ເລີ່ມປາກົດອອກມາໃນເບື້ອງຕົ້ນ.

     ເບິ່ງຈາກດ້ານການຄ້າສິນຄ້າທີ່ຈັບຕ້ອງໄດ້, ລະຫວ່າງຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອົສຕຣາລີ, ນູແວນຊີລັງ ແລະປະເທດສະມາຊິກອາຊຽນ, ເຊັ່ນ: ມະເລເຊຍ, ໄທ, ຫວຽດນາມ ແລະປະເທດອື່ນໆ ລ້ວນແຕ່ມີທ່ວງທ່າການເຕີບໂຕທີ່ຕັ້ງໜ້າ.

     ເບິ່ງຈາກການຄ້າການບໍລິການ, ການປະຕິບັດຕາມ RCEP ມີຄວາມຄາດຄະເນທີ່ດີ  ໄດ້ກະຕຸ້ນຄວາມກະຕືລືລົ້ນຂອງແຫ່ງຕ່າງໆທີ່ສ້າງຊ່ອງທາງຈໍລະຈອນສິນຄ້າ RCEP, ເຊິ່ງໄດ້ກະຕຸກຊຸກຍູ້ໃຫ້ຂະແໜງການຈໍລະຈອນສິນຄ້າຂ້າມຊາດໄດ້ພັດທະນາຢ່າງວ່ອງໄວ.