ບົດ​ອວຍ​ພອນ​ປີ​ໃໝ່ 2023 ​ຂອງ​ທ່ານ​ສີ​ຈິ້ນ​ຜິງ

2022-12-31 19:35:13 cri





ບັນດາສະຫາຍ, ບັນດາເພື່ອນມິດ, ທ່ານຍິງ ແລະ ທ່ານຊາຍທັງຫຼາຍ

ສະບາຍດີ! ປີ 2023 ໃກ້ຈະໝູນວຽນມາເຖິງແລ້ວ, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານຈາກນະຄອນຫຼວງປັກກິ່ງ. ໃນປີ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ຈັດຂຶ້ນຢ່າງສຳເລັດຜົນອັນຈົບງາມ, ໄດ້ວາງແຜນຍິ່ງໃຫຍ່ ເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ ດ້ວຍຄວາມທັນສະໄໝແບບຈີນ ເຊິ່ງເປັນການສົ່ງສຽງແຫ່ງຍຸກສະໄໝ ເພື່ອປຸກລະດົມການເປີດຂະບວນການອອກເດີນທາງຄັ້ງໃໝ່.

ຈີນສືບຕໍ່ຄອງຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ເສດຖະກິດໄດ້ພັດທະນາຢ່າງໜັກແໜ້ນ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນປີ 2022 ຂອງຈີນຄາດວ່າ ຈະບັນລຸຫຼາຍກວ່າ 120.000 ຕື້ຢວນ. ໂດຍປະເຊີນໜ້າກັບວິກິດການດ້ານທັນຍາຫານຂອງໂລກ, ການຜະລິດທັນຍາຫານຂອງຈີນ ໄດ້ມີຜົນເກັບກ່ຽວທີ່ອຸດົມສົມບູນເປັນເວລາ 19 ປີລຽນຕິດ, ຈີນສາມາດຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານຂອງຕົນໄດ້ດີກວ່າເກົ່າ. ຈີນໄດ້ປັບປຸງໝາກຜົນແຫ່ງບັ້ນລຶບລ້າງຄວາມທຸກຍາກ, ຊຸກຍູ້ການສ້າງຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດຢ່າງຮອບດ້ານ, ໄດ້ຊ່ວຍແກ້ໄຂຄວາມຫຍຸ້ງຍາກຂອງວິສາຫະກິດ ດ້ວຍມາດຕະການຫຼຸດສ່ວຍສາອາກອນ ແລະ ຄ່າທຳນຽມໃຫ້ຕ່ຳລົງ ແລະ ມາດຕະການອື່ນໆ, ພ້ອມທັງສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກຂອງປະຊາຊົນ ທີ່ຕ້ອງການແກ້ໄຂໂດຍດ່ວນ.

ນັບແຕ່ເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ຍຶດໝັ້ນຖືປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຊີວິດຢູ່ເໜືອທຸກສິ່ງທຸກຢ່າງ ມາໂດຍຕະຫຼອດ, ຍຶດໝັ້ນປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດຢ່າງຖືກຕ້ອງຕາມເປົ້າໝາຍຕາມຫຼັກວິທະຍາສາດ, ປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດໃຫ້ດີຂຶ້ນຕາມສະພາບຕົວຈິງ ເຊິ່ງສາມາດຮັກສາໄດ້ຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນໃນລະດັບສູງສຸດ. ພະນັກງານແລະປະຊາຊົນຈຳນວນມະຫາສານ ໂດຍສະເພາະແມ່ນພະນັກງານການແພດ ແລະ ພະນັກງານຂັ້ນຮາກຖານ ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງກ້າຫານ ແລະ ບໍ່ມີຄວາມສະທ້ານຢ້ານກົວ. ເມື່ອໄດ້ພະຍາຍາມຢ່າງທໍລະຫົດອົດທົນ, ພວກເຮົາໄດ້ເອົາຊະນະຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ທຸກໆຄົນລ້ວນແຕ່ບໍ່ທຳມະດາ. ປັດຈຸບັນ, ການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ກ້າວເຂົ້າສູ່ໄລຍະໃໝ່, ຍັງແມ່ນໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ຄົນທັງຫຼາຍຕ່າງກໍກຳລັງຍຶດໝັ້ນສູ້ຊົນ, ແສງສະຫວ່າງຢູ່ບໍ່ໄກພໍປານໃດອີກແລ້ວ, ພວກເຮົາຈົ່ງສືບຕໍ່ສູ້ຊົນ, ຍຶດໝັ້ນຕໍ່ໄປກໍຈະໄດ້ຮັບໄຊຊະນະ, ແລະສາມັກຄີກັນກໍຈະໄດ້ຮັບໄຊຊະນະ.

ປີ 2022, ສະຫາຍຈ່ຽງເຈີມິນໄດ້ລາຈາກພວກເຮົາໄປ ບໍ່ມີວັນກັບຄືນມາ, ພວກເຮົາຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ແລະ ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງ ແລະຄຸນສົມບັດອັນສູງສົ່ງຂອງສະຫາຍ, ຖະນຸຖະໜອມຊັບສົມບັດທາງຈິດໃຈອັນລ້ຳຄ່າຂອງສະຫາຍ. ພວກເຮົາຈະສືບທອດປະນິທານຂອງສະຫາຍ, ຊຸກຍູ້ພາລະກິດສັງຄົມນິຍົມທີີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ກ້າວເດີນໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

ສາຍນ້ຳແຫ່ງປະຫວັດສາດທີ່ຍິ່ງໃຫຍ່ໄດ້ໄຫຼໄປໜ້າຢ່າງເປັນກະແສ, ປະຊາຊົນບຸກໜ້າບືນຕົວມາທຸກເຊັ່ນຄົນ ຈິ່ງໄດ້ສ້າງເປັນປະເທດຈີນຄືຊູ່ມື້ນີ້.

ຈີນໃນຊູ່ມື້ນີ້ ແມ່ນຈີນທີ່ໄດ້ບັນລຸຄວາມໃຝ່ຝັນຢ່າງຕໍ່ເນື່ອງ. ງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ໄດ້ຈັດຂຶ້ນຢ່າງສຳເລັດຜົນອັນຈົບງາມ, ນັກກິລາຫິມະແລະນ້ຳກ້ອນ ໄດ້ແຂ່ງຂັນກັນຢູ່ ສະໜາມກິລາ ແລະ ໄດ້ສ້າງຜົນງານທີ່ດີເດັ່ນ. ຍານອະວະກາດເສິນໂຈ່ວ 13, 14 ແລະ 15 ໄດ້ສົ່ງຂຶ້ນສູ່ອະວະກາດຕາມໆກັນ ແລະ ໄດ້ສ້າງສະຖານີອະວະກາດຢ່າງສຳເລັດຜົນຮອບດ້ານ ແລະໂຄຈອນຢູ່ເທິງອະວະກາດ. ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສ້າງຕັ້ງຂຶ້ນຄົບຮອບ 95 ປີ, ນາຍ ແລະ ພົນທະຫານຈຳນວນຫຼວງຫຼາຍໄດ້ບຸກໜ້າບືນຕົວ ເພື່ອພາລະກິດທີ່ຍິ່ງໃຫຍ່ຂອງຂະບວນການສ້າງກອງທັບທີ່ເຂັ້ມແຂງ. ກຳປັ່ນບັນທຸກເຮືອບິນ “ຝູຈ້ຽນ” ທີ່ເປັນກຳປັ່ນບັນທຸກເຮືອບິນລຳທີ 3 ຂອງຈີນໄດ້ປ່ອຍລົງສູ່ທະເລ, ເຮືອບິນໂດຍສານຂະໜາດໃຫຍ່ C919 ລຳທຳອິດ ໄດ້ມອບໃຫ້ບໍລິສັດການບິນພົນລະເຮືອນຢ່າງເປັນທາງການ, ເຂື່ອນໄຟຟ້ານ້ຳຕົກປາຍເນີ້ທານໄດ້ສ້າງສຳເລັດ ແລະ ເລີ່ມຜະລິດກະແສໄຟຟ້າຢ່າງຮອບດ້ານ. ທັງໝົດເຫຼົ່ານີ້ໄດ້ເຕົ້າໂຮມສະຕິ ແລະ ເຫື່ອແຮງຂອງຄົນຈຳນວນຫຼວງຫຼາຍ, ພວກເຂົາເຈົ້າໄດ້ພະຍາຍາມຢ່າງບໍ່ລົດລະ, ເຮັດໃຫ້ເມັດໄຟນ້ອຍໆ ສາມາດເຕົ້າໂຮມເຂົ້າເປັນທວນໄຟໃຫຍ່, ນີ້ກໍແມ່ນພະລັງຂອງຈີນ!

ຈີນໃນຊູ່ມື້ນີ້ ແມ່ນຈີນທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ. ເຂດທົດລອງການຄ້າເສລີຕ່າງໆ ແລະ ທ່າການຄ້າເສລີໄຫຫຼຳ ໄດ້ພັດທະນາກ້າວຂຶ້ນຢ່າງຄຶກຄື້ນ, ເຂດແຄມທະເລພາກຕາເວັນອອກຂອງຈີນ ມີຄວາມຫ້າວຫັນໃນການປະດິດສ້າງ ໃໝ່, ເຂດພາກກາງ ແລະ ເຂດພາກຕາເວັນຕົກ ໄດ້ເລັ່ງການພັດທະນາ, ເຂດພາກຕາເວັນອອກສຽງເໜືອ ພວມພະຍາຍາມສ້າງຄວາມຈະເລີນຮຸ່ງເຮືອງ ແລະ ເຂດຊາຍແດນກໍພວມເລັ່ງພັດທະນາ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນທ້ອງຖິ່ນ. ເສດຖະກິດຈີນມີຄວາມທົນທານໜຽວແໜ້ນ, ມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງ ແລະ ມີຊີວິດຊີວາ, ພື້ນຖານເສດຖະກິດຈີນທີ່ມີການພັດທະນາໄປໃນທິດທາງທີ່ດີເປັນໄລຍະຍາວ ບໍ່ໄດ້ມີການປ່ຽນແປງແຕ່ຢ່າງໃດ. ຂໍພຽງແຕ່ພວກເຮົາມີຄວາມໝັ້ນໃຈອັນເຕັມປ່ຽມ ແລະ ພັດທະນາກ້າວໜ້າໃນສະພາບທີ່ມີຄວາມໝັ້ນທ່ຽງ, ກໍຈະສາມາດບັນລຸເປົ້າໝາຍທີ່ກຳນົດໄວ້ຢ່າງແນ່ນອນ. ປີນີ້, ຂ້າພະເຈົ້າໄດ້ເດີນທາງໄປເຂດບໍລິຫານພິເສດຮົງກົງ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນ ທີ່ໄດ້ເຫັນຮົງກົງມີຄວາມສະຫງົບດີແລະຈະເລີນຮຸ່ງເຮືອງຂຶ້ນ. ການຈັດຕັ້ງປະຕິບັດນະໂຍບາຍ “ປະເທດດຽວສອງລະບອບ” ຢ່າງໝັ້ນໜຽວບໍ່ປ່ຽນແປງ, ເຂດພິເສດຮົງກົງ ແລະ ເຂດພິເສດມາເກົາ ຍ່ອມຈະມີສະຖຽນລະພາບ ແລະ ຈະເລີນຮຸ່ງເຮືອງຖາວອນຢ່າງແນ່ນອນ.

ຈີນໃນຊູ່ມື້ນີ້ ແມ່ນຈີນທີ່ສືບທອດຈິດໃຈຊົນຊາດຈີນ. ປີນີ້ໄດ້ເກີດໄພພິບັດທຳມະຊາດ ແລະ ອຸບັດເຫດທີ່ແຕະຕ້ອງເຖິງຄວາມປອດໄພຈຳນວນໜຶ່ງ ເຊັ່ນ: ແຜ່ນດິນໄຫວ, ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ໄຟໄໝ້ລາມປ່າເປັນຕົ້ນ, ເຮັດໃຫ້ຄົນເສຍໃຈ ແລະ ທຸກໃຈທີ່ສຸດ, ແຕ່ພາບຕ່າງໆແຫ່ງການສະແຫວງຫາຄວາມເປັນທຳ ຈົນບໍ່ຢ້ານເສຍສະຫຼະຊີວິດຂອງຕົນ ແລະ ຊ່ວຍຊູຍູ້ໜູນກັນ ໄດ້ສ້າງຄວາມປາບປຶ້ມໃຈໃຫ້ແກ່ຄົນທັງຫຼາຍ, ວິລະກຳເຫຼົ່ານີ້ ຈະຈາລຶກໄວ້ຢູ່ໃນໃຈຂອງພວກເຮົາຕະຫຼອດໄປ. ໄລຍະສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ທຸກໆປີ, ພວກເຮົາລ້ວນແຕ່ຈະຄິດເຖິງຈິດໃຈທີ່ມີຄວາມອົງອາດ ໃນການສະແຫວງຫາຄວາມເປັນທຳຂອງຊົນຊາດຈີນ ທີ່ສືບທອດກັນມານັບເປັນພັນປີ ແລະ ຈະກະຕຸກຊຸກຍູ້ໃຫ້ພວກເຮົາຕ້ອງມີຄວາມໝັ້ນໃຈແລະກ້າວເດີນໄປຂ້າງໜ້າ.

ຈີນໃນຊູ່ມື້ນີ້ ແມ່ນຈີນທີ່ພົວພັນກັບໂລກຢ່າງແໜ້ນແຟ້ນ. ປີນີ້, ຂ້າພະເຈົ້າໄດ້ຕ້ອນຮັບເພື່ອນມິດທັງເກົ່າແລະໃໝ່ຫຼາຍທ່ານຢູ່ນະຄອນຫຼວງປັກກິ່ງ ແລະກໍໄດ້ໄປບັນຍາຍຈຸດຢືນຂອງຈີນຢູ່ຕ່າງປະເທດ. ສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ ໄດ້ຜັນແປໄປໄວຂຶ້ນ, ໂລກນີ້ບໍ່ມີສັນຕິພາບພໍປານໃດ, ພວກເຮົາຖະນຸຖະໜອມສັນຕິພາບແລະການພັດທະນາຢ່າງສະເໝີຕົ້ນສະເໝີປາຍ, ຖະນຸຖະໜອມເພື່ອນມິດ ແລະ ຄູ່ຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນຢືນຢູ່່ຂ້າງປະຫວັດສາດທີ່ຖືກຕ້ອງ, ຢືນຢູ່ຂ້າງຄວາມສີວິໄລແລະຄວາມກ້າວໜ້າຂອງມວນມະນຸດ, ພະຍາຍາມອຸທິດສະຕິປັນຍາ ແລະ ແຜນການຂອງຈີນ ເພື່ອພາລະກິດສັນຕິພາບແລະການພັດທະນາຂອງມວນມະນຸດ.

ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ສຳເລັດລົງຢ່າງຈົບງາມ, ຂ້າພະເຈົ້າ ແລະ ເພື່ອນຮ່ວມງານຂອງຂ້າພະເຈົ້າ ໄດ້ເດີນໄປທາງຮອດນະຄອນແຢນອານ, ທົບທວນຄືນວັນເວລາທີ່ສະຫວ່າງສະໄຫວຂອງສູນກາງພັກ ໃນການເອົາຊະນະຄວາມຫຍຸ້ງຍາກທີ່ຫາຍາກຢູ່ໃນໂລກ ໃນໄລຍະປະຈຳຢູ່ແຢນອານ ເພື່ອສຳຜັດກັບກຳລັງທາງຈິດໃຈຂອງຊາວຄອມມູນິດຮຸ່ນອາວຸໂສ. ຂ້າພະເຈົ້າມັກເວົ້າຢູ່ເລື້ອຍໆວ່າ: ຄວາມຫຍຸ້ງຍາກປຽບເໜືອນມີດເຈຍລະໄນຫີນຢົກ, ພັກຄອມມູນິດຈີນໄດ້ແຂ່ງຟ້າຝົນລົມແດງ ແລະ ສູ້ຊົນຜ່ານຜ່າມາເປັນເວລາຮ້ອຍປີ, ໄດ້ເດີນຜ່ານເສັ້ນທາງທີ່ເຕັມໄປດ້ວຍຄວາມລຳບາກກາກກຳ ແລະ ມີຄວາມຍິ່ງໃຫຍ່. ພວກເຮົາຕ້ອງມຸ່ງໜ້າໄປສູ່ອະນາຄົດຢ່າງບໍ່ຫວັ່ນໄຫວຄອນແຄນ, ບຸກໜ້າບືນຕົວ ເພື່ອເຮັດໃຫ້ຈີນສວຍງາມກວ່າເກົ່າໃນອະນາຄົດ. ຈີນໃນອະນາຄົດ, ຕ້ອງສ້າງຄວາມມະຫັດສະຈັນດ້ວຍຄວາມບຸກບືນສູ້ຊົນ. ທ່ານຊູຊື ນັກກະວີທີ່ມີຊື່ສຽງໃນລາຊະວົງຊົ້ງຂອງຈີນເຄີຍກ່າວໄວ້ວ່າ: ບຸກບືນຈາກບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອສະແຫວງຫາເປົ້າໝາຍທີ່ຍິ່ງໃຫຍ່ທີ່ສຸດ. ເຖິງວ່າເສັ້ນທາງຈະໄກແສນໄກ, ແຕ່ຖ້າພວກເຮົາຍຶດໝັ້ນ ກໍຈະສາມາດເດີນທາງໄປເຖິງຈຸດໝາຍປາຍທາງໄດ້ໃນທີ່ສຸດ, ເຖິງແມ່ນວ່າວຽກງານລຳບາກຫຼາຍ, ແຕ່ພວກເຮົາຍຶດໝັ້ນພະຍາຍາມ ກໍຈະສາມາດເຮັດສຳເລັດໄດ້. ຂໍພຽງແຕ່ມີຄວາມມະນາອົດທົນຈົນເຖິງທີ່ສຸດ, ເຮັດແທ້ທຳຈິງ, ສູ້ຊົນຜ່ານຜ່າ, ຍ່າງທຸກບາດກ້າວດ້ວຍຄວາມໜັກແໜ້ນ ກໍຈະຍ່າງໄດ້ໄກພັນລີ້, ພະຍາຍາມຢ່າງບໍ່ລົດລະ ກໍຍ່ອມຈະສາມາດເຮັດໃຫ້ເປົ້າໝາຍທີ່ຍິ່ງໃຫຍ່ກາຍເປັນຄວາມຈິງທີ່ດີງາມ.

ຈີນໃນອະນາຄົດ ພະລັງມາຈາກຄວາມສາມັກຄີ. ຈີນເປັນປະເທດທີ່ກວ້າງໃຫຍ່ໄພສານ, ຄົນຕ່າງຄົນຈະມີຄວາມຮຽກຮ້ອງຕ້ອງການທີ່ຕ່າງກັນ ແລະ ຈະມີຄວາມເຫັນທີ່ຕ່າງກັນຕໍ່ເລື່ອງດຽວກັນ, ນີ້ເປັນເລື່ອງທີ່ປົກກະຕິຫຼາຍ. ຕ້ອງເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນ ໂດຍຜ່ານການແລກປ່ຽນຄວາມເຫັນ ແລະ ເປິກສາຫາລືກັນ. ຖ້າປະຊາຊົນຈີນ 1,4 ຕື້ຄົນ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ຮ່ວມແຮງຮ່ວມໃຈກັນ, ຈະສາມາດເຮັດທຸກສິ່ງທຸກຢ່າງໃຫ້ສຳເລັດຜົນໄດ້ ແລະ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນານາໄດ້. ປະຊາຊົນສອງຝັ່ງຊ່ອງແຄບໄຕ້ຫວັນເປັນພີ່ນ້ອງກັນ, ຂ້າພະເຈົ້າຫວັງຢ່າງຈິງໃຈວ່າ: ພີ່ນ້ອງສອງຝັ່ງຊ່ອງແຄບໄຕ້ຫວັນ ຈະສາມັກຄີແລະຮ່ວມແຮງຮ່ວມໃຈກັນ ເພື່ອສ້າງຄວາມຜາສຸກອັນຍາວໄກໃຫ້ແກ່ຊົນຊາດຈີນ.

ຈີນໃນອະນາຄົດ ຈະຝາກຄວາມຫວັງໄວ້ກັບຊາວໜຸ່ມ. ຊາວໜຸ່ມຈະເລີນ ປະເທດຊາດກໍຈະຈະເລີນ, ຈີນພັດທະນາຕ້ອງການໃຫ້ຊາວໜຸ່ມຈຳນວນມະຫາສານຮັບພາລະໜ້າທີ່ຢ່າງກ້າຫານ. ຊາວໜຸ່ມແມ່ນເຕັມໄປດ້ວຍຄວາມມີຊີວິດຊີວາ ແລະ ເຕັມໄປດ້ວຍຄວາມຫວັງ, ຊາວໜຸ່ມຈຳນວນມະຫາສານ ຕ້ອງມີຈິດໃຈຫ່ວງໃຍຕໍ່ປະເທດຊາດ, ມີຄຸນສົມບັດທີ່ບຸກໜ້າບືນຕົວ, ມີທ່າທາງສູ້ຊົນສົມກັບຍາມເປັນໄວໜຸ່ມ, ມີນ້ຳໃຈຮັບຜິດຊອບຕໍ່ຍຸກສະໄໝ ແລະ ມີນ້ຳໃຈຮັບຜິດຊອບຕໍ່ຍາມເປັນໄວໜຸ່ມ.

ຍາມເວລານີ້, ຫຼາຍໆຄົນຄົງຈະກຳລັງຂຸ້ນຂ້ຽວເຮັດວຽກຢູ່, ພວກທ່ານກໍຄົງຈະເມື່ອຍຢູ່! ສຽງລະຄັງປີໃໝ່ໃກ້ຈະດັງຂຶ້ນ, ຂໍໃຫ້ພວກເຮົາຮ່ວມກັນຕ້ອນຮັບແສງສະຫວ່າງຂອງປີ 2023 ດ້ວຍຄວາມມຸ່ງມາດປາຖະໜາທີ່ດີງາມ. ຂໍອວຍພອນໃຫ້ປະເທດຊາດຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນຢູ່ເຢັນເປັນສຸກ, ຂໍອວຍພອນໃຫ້ທົ່ວໂລກມີສັນຕິພາບ, ມີຄວາມດີງາມ, ມີຄວາມສະຫງົບສຸກ, ຂໍອວຍພອນໃຫ້ບັນດາທ່ານຈົ່ງໂຊກດີປີໃໝ່ ແລະ ສົມຫວັງທຸກປະການ. ຂໍຂອບໃຈ.