ທ່ານສີຈິ້ນຜິງກ່າວຄຳປາໄສສຳຄັນໃນງານນ້ຳຊາສະຫຼອງບຸນປີໃໝ່ສາກົນຂອງສະພາເປີກສາການເມືອງປະຊາຊົນແຫ່ງຊາດຈີນ

2022-12-31 14:26:51 cri

 

ວັນທີ 30 ທັນວານີ້, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຈັດງານນ້ຳຊາສະຫຼອງບຸນປີໃໝ່ສາກົນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສສຳຄັນໃນງານດັ່ງກ່າວນີ້.

 

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ປີ2022, ສະພາເປິກສາການເມືອງປະຊາຊົນໄດ້ເອົາໃຈໃສ່ຜັນຂະຫຍາຍແລະຈັດຕັ້ງປະຕິບັດແຜນນະໂຍບາຍຂອງສູນກາງພັກກອມມູນິດຈີນ, ຍຶດໝັ້ນສອງຫົວຂໍ້ຫຼັກ ຄື: ຄວາມສາມັກຄີແລະປະຊາທິປະໄຕ, ຍຶດໝັ້ນໃນການປິ່ນອ້ອມໃຈກາງ, ຮັບໃຊ້ພາກສ່ວນໃຫຍ່, ຍຶດໝັ້ນສຸມກຳລັງເຂົ້າໃນວຽກງານທັງສອງດ້ານຄື: ການປະກອບຄຳຄິດເຫັນແລະໃຫ້ຄຳເປິກສາດ້ານການບໍລິຫານປະເທດ ແລະເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ໄດ້ດຳເນີນການເປິກສາຫາລືກັນໂດຍປິ່ນອ້ອມຫົວຂໍ້ຕ່າງໆເຊັ່ນ:ການຊຸກຍູ້ຄວາມຮັ່ງມີຮ່ວມກັນ ຢ່າງໜັກແໜ້ນ ເປັນຕົ້ນ, ພ້ອມທັງໄດ້ດຳເນີນການຕິດຕາມກວດກາແບບປະຊາທິປະໄຕຕໍ່ວຽກງານອະນຸລັກສິ່ງແວດລ້ອມນິເວດຂອງແມ່ນ້ຳຢາງເຊແລະອື່ນໆ, ເຊິ່ງໄດ້ປະກອບສ່ວນອັນໃໝ່ເຂົ້າໃນການພັດທະນາພາລະກິດຂອງພັກແລະຂອງປະເທດຊາດ. ບັນດາພັກຝ່າຍປະຊາທິປະໄຕ ແລະສະຫະພັນອຸດສາຫະກຳການຄ້າໄດ້ດຳເນີນການມອບຮັບໜ້າທີ່ລະຫວ່າງຄະນະນຳຊຸດເກົ່າກັບຊຸດໃໝ່, ໄດ້ເລືອກຕັ້ງອົງການນຳຊຸດໃໝ່, ລົງເລິກການມອບຮັບໜ້າທີ່ການເມືອງ, ຮັດແໜ້ນພື້ນຖານການເມືອງແນວຄິດຮ່ວມແລະພື້ນຖານການຈັດຕັ້ງແຫ່ງການຮ່ວມມືລະຫວ່າງຫຼາຍພັກຕື່ມອີກ.

 

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ໃນປີໃໝ່ທີ່ຈະມາເຖິງນີ້, ສະພາເປິກສາການເມືອງປະຊາຊົນຕ້ອງເຊື່ອມຊຶມແລະຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນຢ່າງຮອບດ້ານ, ຍຶດໝັ້ນການປະສານສົມທົບກັນແບບກາຍອິນຊີລະຫວ່າງການນຳພາຂອງພັກ, ແນວໂຮມເອກະພາບ, ປະຊາທິປະໄຕແບບເປິກສາຫາລືກັນ, ສຸມໃສ່ການຍົກລະດັບແຫ່ງການເປິກສາຫາລືແລະແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງ, ປະກອບຄຳຄິດເຫັນຢ່າງເຕັມສ່ວນ ແລະເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ, ເຕົ້າໂຮມສະຕິປັນຍາແລະກຳລັງແຮງສັງລວມເພື່ອບັນລຸໜ້າທີ່ເປົ້າໝາຍບົນຂະບວນການໃໝ່ໃນຍຸກໃໝ່ໃຫ້ມີປະສິດທິຜົນທີ່ດີກວ່າເກົ່າ.

 

ທ່ານສີຈິ້ນຜິງກ່າວຕື່ມວ່າ: ການບັນລຸຄວາມໃຝ່ຝັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ແມ່ນຕ້ອງການໃຫ້ລູກຫຼານປະຊາຊາດຈີນທັງພາຍໃນແລະຕ່າງປະເທດບາກບັ່ນສູ້ຊົນຮ່ວມກັນ. ພວກເຮົາຕ້ອງປັບປຸງແລະພັດທະນາແນວໂຮມເອກະພາບຮັກຊາດທີ່ກວ້າງຂວາງທີ່ສຸດ, ຮ່ວມແຮງຮ່ວມໃຈກັນ, ເຕົ້າໂຮມສະຕິປັນຍານຳກັນ, ເພື່ອສ້າງໃຫ້ເປັນກຳລັງແຮງສັງລວມອັນເຂັ້ມແຂງໃນການຮ່ວມໃຈກັນບັນລຸຄວາມໃຝ່ຝັນຂອງຈີນ.