
ວັນທີ 30 ທັນວານີ້, ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຈີນໄດ້ແຈ້ງຂ່າວວ່າ ທ່ານ ເຟີດີນານດ໌ ໂຣມົວເດັສ ມາໂກສ ປະທານາທິບໍດີຟິລິບປິນ ຈະຢ້ຽມຢາມຈີນ, ຈີນມີຄວາມເຫັນແນວໃດຕໍ່ກັບການພົວພັນຈີນ ກັບ ຟິລິບປິນ ໃນປັດຈຸບັນ?
ຕໍ່ກັບເລື່ອງນີ້, ທ່ານ ວ່າງເວີນປິ່ນ ກ່າວວ່າ, ທ່ານປະທານາທິບໍດີ ມາໂກສ ຈະເປັນປະມຸກລັດຕ່າງປະເທດຜູ້ທຳອິດທີ່ຈີນຈະຮັບຕ້ອນໃນປີ 2023, ການຢ້ຽມຢາມເທື່ອນີ້ ແມ່ນທ່ານປະທານາທິບໍດີ ມາໂກສ ຢ້ຽມຢາມຈີນເປັນເທື່ອທຳອິດ ນັບແຕ່ທ່ານຂຶ້ນຮັບຕຳແໜ່ງເປັນປະທານາທິບໍດີ, ແລະກໍແມ່ນທ່ານຢ້ຽມຢາມ ປະເທດນອກອາຊຽນຢ່າງເປັນທາງການເປັນເທື່ອທຳອິດ, ນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ຈີນ ກັບ ຟິລິບປິນໄດ້ເອົາໃຈໃສ່ຕໍ່ການພົວພັນລະຫວ່າງສອງ ປະເທດໃນລະດັບສູງ.
ຈີນຄອງຄອຍຮ່ວມກັບຟິລິບປິນ, ຖືການຢ້ຽມຢາມເທື່ອນີ້ເປັນໂອກາດ, ສືບ ທອດມິດຕະພາບ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນ, ສືບຕໍ່ຊຸກຍູ້ການຮ່ວມມືໃນ ຂົງເຂດຕ່າງໆ ເຊັ່ນ: ກຳສິກຳ, ພື້ນຖານໂຄງລ່າງ, ພະລັງງານ ແລະ ວັດທະນະທຳເປັນຕົ້ນ, ຊຸກຍູ້ການພົວພັນຈີນ ກັບ ຟິລິບປິນໃຫ້ຍົກລະດັບສູງຂຶ້ນ ແລະ ຂະຫຍາຍຕົວໄວກວ່າເກົ່າ, ເປີດ “ຍຸກສະໄໝຄຳ” ໃໝ່ແຫ່ງການພົວພັນມິດຕະພາບຈີນຟິລິບປິນ.