ຂໍໃຫ້ທ່ານຈົ່ງຮັບເອົາບັດອວຍພອນເຈ້ຍຕັດທີ່ເຕັມໄປດ້ວຍຄວາມອວຍພອນດີງາມບັດນີ້ໄວ້

2022-12-31 22:11:35 CRI


ມີດຕັດດວງໜຶ່ງ, ສາມາດຕັດຮູບສັບພະສິ່ງໃນໂລກນີ້, ສະແດງຄວາມອວຍພອນສິລິມຸງຄຸນ. ການຕັດເຈ້ຍ ເປັນສີລະປະພື້ນເມືອງຈີນທີ່ມີປະຫວັດມາເປັນເວລາ 1500 ກວ່າປີ, ປະຊາຊົນຈີນມັກຈະປະດັບເຮືອນດ້ວຍເຈ້ຍຕັດງາມໆໃນຍາມເລີກງາມຍາມດີ. ໃນໂອກາດປີ 2023 ໄດ້ວຽນມາເຖິງນີ້, ຂໍໃຫ້ທ່ານຈົ່ງຮັບເອົາບັດອວຍພອນເຈ້ຍຕັດ ທີ່ເຕັມໄປດ້ວຍຄວາມອວຍພອນດີງາມບັດນີ້ໄວ້!