ແສງສະຫວ່າງຢູ່ໃນຊີວິດການເປັນຢູ່

2022-12-31 19:17:24 CRI


    ເມື່ອຫວນຄືນປີ 2022, ຄົງຈະມີຂະນະໃດໜຶ່ງເຮັດໃຫ້ທ່ານຮູ້ສຶກມີຄວາມອົບອຸ່ນ,ມີຄວາມຕື້ນຕັນໃຈ,ມີຄວາມສຸກຫຼືຄວາມຄິດຮອດເປັນຕົ້ນ.

     ໃນປີນີ້, ມີຄວາມໝັ້ນໃຈທີ່ເດັດດ່ຽວໜຽວແໜ້ນ ແລະຜົນສຳເລັດທີ່ມາຈາກການບຸກເບີກຢ່າງອົງອາດກ້າຫານ; ໃນປີນີ້, ພວກເຮົາຮູ້ສຶກມີຄວາມຕື້ນຕັນໃຈຍ້ອນວິລະຊົນ,ກໍ່ຮູ້ສຶກພາກພູມໃຈຍ້ອນຜູ້ມີຄວາມກ້າຫານແຕ່ລະຄົນໃນເວລາປະສົບຄວາມຫຍຸ້ງຍາກ.

     ເລື່ອງເລັກນ້ອຍທີ່ເກີດຂຶ້ນໃນຊີວິດການເປັນຢູ່ສາມາດສ້າງຄວາມຕື້ນຕັນໃຈໃຫ້ແກ່ພວກເຮົາໄດ້ຫຼາຍທີ່ສຸດ! ເຖິງຈະບໍ່ມີລັດສະໝີທີ່ສາມາດສ່ອງແສງສະຫວ່າງເຖິງທຸກແຈໃນຊີວິດການເປັນຢູ່ໄດ້ກໍ່ຕາມ,ແຕ່ຄົງຈະມີຄວາມສວຍງາມບາງຢ່າງສາມາດເຮັດໃຫ້ພວກເຮົາທຳຄວາມພະຍາຍາມສຸດຂີດໄດ້!

     ຊົມໃຊ້ຂະນະທີ່ເຮັດໃຫ້ຄົນຮູ້ສຶກຕື້ນຕັນໃຈເຫຼົ່ານີ້ຜ່ານທາງວິດີໂອ,ເຮັດໃຫ້ພວກເຮົາສາມາດໄດ້ຮັບກໍາລັງໃຈ ແລະຮ່ວມກັນກ້າວໄປສູ່ປີ 2023.