ປີ 2022, ພວກເຮົາເກາະແຂນກັນກ້າວໄປໜ້າ

2022-12-31 14:07:07 CRI

ພວກເຮົາຈະອໍາລາຈາກປີ 2022 ໄປແລ້ວ. ໃນໝົດປີນີ້, ທົ່ວໂລກໄດ້ເປັນພິຍານຕໍ່ສະພາບການແຂ່ງຂັນທີ່ດຸເດືອດ ໂດຍຈາກຄວາມແຕກແຍກ ແລະ ການເຊື່ອມໂຍງເຂົ້າກັນ, ຄວາມປັ່ນປ່ວນ ແລະສະຖຽນລະພາບ, ຄວາມຊຸດໂຊມ ແລະຄວາມຈະເລີນຄືນໃໝ່, ໄດ້ຄົ້ນຄວ້າສະແຫວງຫາເສັ້ນທາງທີ່ຖືກຕ້ອງຢ່າງລໍາບາກພາຍໃຕ້ສະພາບທີ່ມີວິກິດການຕ່າງໆຈາກຫຼາຍດ້ານ.

ໂດຍຜະເຊີນໜ້າກັບສິ່ງທ້າທາຍເຫຼົ່ານີ້, ຈີນໄດ້ຢືນຢູ່ຮ່ວມກັນກັບບັນດາ ປະເທດພວມພັດທະນາຢ່າງເດັດດ່ຽວໜຽວແໜ້ນ ແລະ ສະເໝີຕົ້ນສະເໝີປາຍ, ເພື່ອເຮັດໃຫ້ໝາກຜົນດ້ານການຮ່ວມມື ນັບມື້ນັບເພີ່ມຫຼາຍຂຶ້ນກວ່າເກົ່າ, ເຮັດໃຫ້ກໍາລັງແຫ່ງຄວາມກ້າວໜ້າ ນັບມື້ນັບເຂັ້ມແຂງຫຼາຍຂຶ້ນກວ່າເກົ່າ ເພື່ອປະກອບ ສ່ວນອັນໃຫຍ່ຫຼວງກວ່າເກົ່າ ເຂົ້າໃນການຮ່ວມກັນສ້າງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງໃຫ້ກັບໂລກ.

ປີ 2023, “ພວກເຮົາຄວນເຮັດແນວໃດ” ແມ່ນບັນຫາທີ່ຢູ່ຕໍ່ໜ້າພວກເຮົາ. ພວກເຮົາມີແຕ່ເກາະແຂນກັນ ຈຶ່ງຈະສາມາດສືບຕໍ່ກ້າວໄປໜ້າ.