ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 1 ມີນານີ້,ສະພາບໍລິຫານງານຂອງອົງການພະລັງງານສາກົນໄດ້ອອກ ຖະແຫຼງການໂດຍລະບຸວ່າ: 31 ປະເທດສະມາຊິກຂອງຕົນໄດ້ເຫັນດີລະບາຍ ນ້ຳມັນເຊື້ອໄຟໃນຄັງສຳຮອງ 60.000.000 ບາເຣວຈາກຄັງສຳຮອງສຸກເສີນ, ເພື່ອສົ່ງສັນຍານໃຫ້ຕະຫຼາດນ້ຳມັນເຊື້ອໄຟທົ່ວໂລກຮູ້ວ່າ:ຈະບໍ່ເກີດມີສະພາບການຂາດແຄນການສະໜອງນ້ຳມັນເຊື້ອໄຟຍ້ອນສະຖານະການຄວາມເຄັ່ງຕຶງລະ ຫວ່າງຣັດເຊຍແລະອູແກຣນ.
31 ປະເທດສະມາຊິກສະພາບໍລິຫານງານອົງການພະລັງງານສາກົນມີ ນ້ຳມັນເຊື້ອໄຟໃນຄັງສຳຮອງສຸກເສີນ 1.500.000.000 ບາເຣວ.ເທື່ອນີ້ສະພາ ບໍລິຫານງານໄດ້ປະກາດວ່າຈະລະບາຍນ້ຳມັນເຊື້ອໄຟ 60.000.000 ບາເຣວ ເຊິ່ງເທົ່າກັບ 4% ຂອງປະລິມານນ້ຳມັນໃນຄັງສຳຮອງ,ແຕ່ລະມື້ຈະລະບາຍອອກ 2.000.000 ບາເຣວ,ແລະຈະລະບາຍອອກເປັນເວລາ 30 ວັນ.
ຄຳເຫັນ
0