ເສດຖະກິດຈີນສະແດງໃຫ້ເຫັນທ່ວງທີພັດທະນາດີຂຶ້ນເລື້ອຍໆ

2022-03-18 10:32:27 CRI

ໃນກອງປະຊຸມສະເພາະກິດຂອງຄະນະກຳມະການພັດທະນາການເງີນຢ່າງຫມັ້ນທ່ຽງຂອງລັດຖະບານຈີນໄດ້ໃຫ້ການຕອບກ່ຽວກັບເສດຖະກິດມະຫາພາກ ຂະແຫນງການເຄຫະແລະທີ່ດິນ ແລະບັນຫາທີ່ເປັນທີ່ສົນໃຈທີ່ສຸດຂອວຕະຫລາດ ໂດຍນັກສິເຄາະເຫັນວ່າ ກອງປະຊຸມຄັ້ງນີ້ເປັນກອງປະຊຸມຄັ້ງຫນຶ່ງທີ່ທັນການ ຖືກເປົ້າຢ່າງລະອຽດ ແລະບັງເກີດຜົນ ທີ່ສະແເງໃຫ້ເຫັນສັນຍານຕັ້ງຫນ້າຂອງລັດຖະບານຈີນໃນດ້່ານການຕັ້ງຄາດຫມາຍທີ່ຫນັກແຫນ້ນ ໃຫ້ການລົງທຶນແລະການພັດທະນາມີຄສາມຫມັ້ນທ່ຽງ.

ການທະນາຄານແມ່ນເສັ້ນເລືອດຂອງການພັດທະນາເສດຖະກິດກໍ່ວ່າໄດ້. ພາຍໃຕ້ສະພາບການທີ່ສະພາບທາງນອກບໍ່ແນ່ນອນ, ຄວາມຕ້ອງການຫົດຫູ່ເຂົ້າ, ການສະໜອງຖືກກະທົບ, ແລະບັນດານັກລົງທຶນມີຄວາມຄາດຫວັງໄປໃນແງ່ທີ່ບໍ່ດີຫຼາຍຂຶ້ນ, ຕະຫຼາດການທະນາຄານຂອງຈີນແມ່ນໄດ້ຮັບແຮງກົດໝາຍພໍ່ສົມຄວນໃນເວລາຫຼາຍເດືອນຜ່ານມາ. ໃນກາລະໂອກາດແບບນີ້ ໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອຜະເຊີນກັບບັນຫາສຳຄັນຕ່າງໆທີ່ກ່າວມານັ້ນ, ໄດ້ເນັ້ນວ່າການຍຶດໝັ້ນການພັດທະນາແມ່ນໜ້າທີ່ສຳຄັນອັນດັບໜຶ່ງ, ເນັ້ນການຍຶດຖືການພັດທະນາເສດຖະກິດເປັນແກນກ່ງ, ເນັ້ນການສືບຕໍ່ລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກ, ແລະຊີ້ອອກວ່າ ນະໂຍບາຍເງິນຕາຕ້ອງມີຄວາມຕັ້ງໜ້າໃນການຮັບມືກັບບັນດາຕ່າງໆທີ່ອາດຈະເກີດຂຶ້ນ. ເຊິ່ງທັງໝົດນີ້ໄດ້ກາຍເປັນສັນຍານທີ່ລັດຖະບານສະໜັບໜູນຄວາມໝັ້ນທ່ຽງຂອງຕະຫຼາດ ແລະເຮັດໃຫ້ຄວາມເຄັ່ງຕຶງທາງຕະຫຼາດນັ້ນຜ່ອນຄາຍລົງ.

ປະຈຸບັນນີ້ ເສດຖະກິດຈີນແມ່ນພວມຟື້ນຕົວຄືນຢ່າງໜັແໜ້ນ, ຂໍ້ມູນຕົວເລກທີ່ປະກາດໃນຫວ່າງກ່ອນນີ້ບໍ່ດົນໄດ້ສະແດງໃຫ້ເຫັນວ່າ ເສດຖະກິດຈີນໃນສອງເດືອນທຳອິດປີນີ້ແມ່ນຟື້ນຕົວຄືນດີກວ່າການຄາດໄວ້, ອັນໄດ້ສ້າງພື້ນຖານທີ່ດີໃຫ້ແກ່ການບັນລຸເປົ້າໝາຍການພັດທະນາເສດຖະກິດສັງຄົມໃນໝົດປີນີ້. ດັ່ງທີ່ການຕີລາຄາຂອງສື່ມວນຊົນຕ່າງປະເທດວ່າ: ພາຍໃຕ້ສະພາບທີ່ໂຄວິດ-19 ຍັງພວມແຜ່ລະບາດຢ່າງກວ້າງຂວາງ, ເສດຖະກິດຈີນຊ້ຳພັດມີການເຕີບໂຕຢ່າງແຂງແຮງໃນໂອກາດປີໃໝ່ວຽນມາຫາ.