ເສດຖະກິດອາເມຣິກາອາດຈະຊຸດໂຊມລົງໃນປີ 2023

2023-01-02 12:56:39 cri

ວັນທີ 1 ມັງກອນນີ້, ທ່ານໄມເຄີ ກາເພີນ ຫົວໜ້ານັກເສດຖະສາດຂອງທະນາຄານອາເມຣິກາໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ເວົ້າສຳລັບຊາວອາເມຣິກາແລ້ວ ປີ 2023 ຈະຫຍຸ້ງຍາກຫຼາຍ, ທ່ານຄາດວ່າໃນປີ 2023 ເສດຖະກິດອາເມຣິກາອາດຈະຊຸດໂຊມລົງ.


ທ່ານ ກາເພີນ ກ່າວຕື່ມວ່າ: ເສດຖະກິດອາເມຣິກາມີຄວາມສ່ຽງສູງຫຼາຍທີ່ອາດຈະຊຸດໂຊມລົງໃນປີ 2023, ເພາະວ່າໃນສະພາບປົກກະຕິ, ເມື່ອລັດຖະບານໃຊ້ນະໂຍບາຍຮັດກຸມ ແລະ ຍົກສູງອັດຕາດອກເບ້ຍເພື່ອຜ່ອນຄາຍຄວາມກົດດັນດ້ານໄພເງິນເຟີ້, ກໍໝາຍເຖິງວ່າ ຄົນທັງຫຼາຍຈະຕົກເຂົ້າສູ່ໄລຍະອັດຕາວ່າງງານສູງໄລຍະໜຶ່ງ, ເສດຖະກິດກໍຈະຊຸດໂຊມລົງຕາມຫຼັງ.


ແຕ່ທ່ານ ກາເພີນ ກໍກ່າວວ່າ: ອາເມຣິກາກໍມີໂອກາດທີ່ຫຼີກລ່ຽງບໍ່ໃຫ້ເສດຖະກິດຊຸດໂຊມລົງ. ທ່ານກ່າວຕື່ມວ່າ: ພາຍໃຕ້ສະພາບປັດຈຸບັນ, ອາດຈະຍັງຕ້ອງການສອງສາມປີຈິ່ງສາມາດເຮັດໃຫ້ອັດຕາໄພເງິນເຟີ້ຟື້ນຟູຄືນຮອດລະດັບກ່ອນສະພາບພະຍາດໂຄວິດ-19 ແຜ່ລະບາດ.