RCEP ມີຜົນບັງຄັບໃຊ້ຕໍ່ອິນໂດເນເຊຍຢ່າງເປັນທາງການ

2023-01-02 11:21:06 cri

ວັນທີ 2 ມັງກອນປີ 2023, ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ມີຜົນບັງຄັບໃຊ້ຕໍ່ອິນໂດເນເຊຍຢ່າງເປັນທາງການ.


ໃນຖານະທີ່ເປັນມາດຕະການເພື່ອປະກອບຊຸດ, ລັດຖະບານອິນໂດເນເຊຍຍັງໄດ້ປະກາດໃຊ້ຂໍ້ກຳນົດສະບັບໃໝ່ ກ່ຽວກັບແຫຼ່ງຜະລິດສິນຄ້າ ພ້ອມດ້ວຍການອອກເອກະສານແຫຼ່ງຜະລິດໃຫ້ແກ່ສິນຄ້າທີ່ສົ່ງອອກຈາກອິນໂດເນເຊຍ. ຂໍ້ກຳນົດດັ່ງກ່າວ ໄດ້ມີຜົນບັງຄັບໃຊ້ແຕ່ວັນທີ 2 ມັງກອນນີ້ເຊັ່ນກັນ.