ຍັດຕິວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້ຂອງອາເມຣິກາເຮັດໃຫ້ຫຼາຍປະເທດບໍ່ພໍໃຈ

2023-01-02 13:13:33 CRI


    ປີ 2022, ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ລົງນາມໃນຍັດຕິວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້, ນັບແຕ່ວັນທີ 1 ມັງກອນ 2023 ເປັນຕົ້ນໄປ, ຍັດຕິດັ່ງກ່າວຈະຍົກເວັ້ນອາກອນໃຫ້ແກ່ຄອບຄົວທີ່ຈັດຊື້ລົດໄຟຟ້າໃໝ່ ແລະມືສອງທີ່ປະກອບຢູ່ທະວີບອາເມຣິກາເໜືອ.

    ຍັດຕິດັ່ງກ່າວ ໄດ້ກ່ຽວພັນເຖິງລັດຖະບານອາເມຣິກາສະໜອງເງິນອຸດໜູນຈໍານວນຫຼາຍໃຫ້ແກ່ຂະແໜງການລົດໄຟຟ້າທ້ອງຖິ່ນ, ເຊິ່ງມີລັດທິຝ່າຍດຽວ ແລະລັດທິປົກປ້ອງທີ່ຮຸນແຮງ, ເປັນການປະຕິບັດຢ່າງມີລັກສະນະຈໍາແນກຕໍ່ຂະແໜງການທີ່ກ່ຽວຂ້ອງຂອງປະເທດອື່ນ, ສະນັ້ນ, ໄດ້ເຮັດໃຫ້ຫຼາຍປະເທດທີ່ລວມທັງປະເທດພັນທະມິດໃນທະວີບເອີຣົບເກີດຄວາມບໍ່ພໍໃຈຢ່າງຮຸນແຮງ.

    ນັກວິເຄາະຊີ້ໃຫ້ເຫັນວ່າ: ການກະທໍານີ້ຂອງອາເມຣິກາ ມີຈຸດປະສົງເພື່ອປຸກລະດົມວິສາຫະກິດຂອງປະເທດຕົນ ແລະຕ່າງປະເທດ ຍົກຍ້າຍຖານການຜະລິດມາຕັ້ງຢູ່ອາເມຣິກາ, ທາດແທ້ແມ່ນທໍາຮ້າຍອຸດສາຫະກໍາຂອງທະວີບເອີຣົບ ແລະຍາດທ່າແຮງດ້ານການແຂ່ງຂັນໃຫ້ແກ່ວິສາຫະກິດອາເມຣິກາ.