ທ່ານ ສີຈິ້ນຜິງ ແລະຜູ້ສຳເລັດລາຊະການປະເທດອັນຕີກົວ ແລະ ບາບູດາສົ່ງສານຊົມເຊີຍເຊິ່ງກັນ ແລະກັນ ເພື່ອສະເຫຼີມສະຫຼອງສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 40 ປີ

2023-01-02 13:19:04 CRI

    ວັນທີ 1 ມັງກອນນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະທ່ານ ໂຣດນີ ວີນລຽມສ໌ ຜູ້ສໍາເລັດລາຊະການປະເທດອັນຕີກົວ ແລະ ບາບູດາ ໄດ້ສົ່ງສານຊົມເຊີຍເຊິ່ງກັນ ແລະກັນ, ເພື່ອສະເຫຼີມສະຫຼອງສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 40 ປີ.

    ສານຊົມເຊີຍຂອງທ່ານ ສີຈິ້ນຜິງ ລະບຸວ່າ: ປະເທດອັນຕີກົວ ແລະ ບາບູດາແມ່ນຄູ່ຮ່ວມມືສໍາຄັນຂອງຈີນໃນພາກພື້ນກາຣາອິບ. ຂ້າພະເຈົ້າໃຫ້ຄວາມສໍາຄັນໃນລະດັບສູງຕໍ່ການພັດທະນາສາຍພົວພັນຈີນ-ອັນຕີກົວ ແລະ ບາບູດາ, ຍິນດີຮ່ວມກັບທ່ານຜູ້ສຳເລັດລາຊະການໂຣດນີ ວີນລຽມສ໌ ທໍາຄວາມພະຍາຍາມ,   ຖືການສ້າງສາຍພົວພັນທາງການທູດຄົບຮອບ 40 ປີເປັນຈຸດເລີ່ມຕົ້ນໃໝ່, ຮ່ວມກັນສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ຮ່ວມກັນສ້າງອະນາຄົດອັນດີງາມກວ່າເກົ່າຂອງສາຍພົວພັນຈີນ-ອັນຕີກົວ ແລະ ບາບູດາ.

    ສານຊົມເຊີຍຂອງທ່ານ ໂຣດນີ ວີນລຽມສ໌ ລະບຸວ່າ: ປະເທດອັນຕີກົວ ແລະ ບາບູດາ ຈະສືບຕໍ່ສຸມກໍາລັງເຂົ້າໃນການປົກປັກຮັກສາ ແລະເພີ່ມທະວີສາຍພົວພັນອັນດີງາມລະຫວ່າງສອງປະເທດທີ່ມີຢູ່ໃນປັດຈຸບັນ.