ສະໜາມບິນສາກົນໂປຄາຣາປະເທດເນປານເປີດບໍລິການ

2023-01-02 13:09:20 CRI

 

    ສະໜາມບິນສາກົນໂປຄາຣາປະເທດເນປານ ທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງນັ້ນ ໄດ້ຈັດພິທີເປີດບໍລິການໃນວັນທີ 1 ມັງກອນນີ້. ທ່ານ ປຣາຈັນດາ ນາຍົກລັດຖະມົນຕີເນປານກ່າວວ່າ, ສະໜາມບິນໃໝ່ມີຜົນດີຕໍ່ການພັດທະນາເສດຖະກິດຂອງເນປານ.

    ທ່ານ ວາງຊີ່ນ ອຸປະທູດຊົ່ວຄາວຂອງຈີນປະຈໍາເນປານໄດ້ກ່າວເນັ້ນໜັກໃນເວລາກ່າວຄໍາປາໄສວ່າ: ສະໜາມບິນໃໝ່ກາຍເປັນສັນຍະລັກທີ່ສວຍງາມຂອງຈີນ ແລະເນປານຮ່ວມກັນສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ”, ສະໜາມບິນໃໝ່ບໍ່ພຽງແຕ່ເປັນຄົມມະນາຄົມທາງອາກາດສຳລັບປະຊາຊົນເນປານ, ຈີນ ແລະບັນດາປະເທດໃນໂລກສາມາດໄປມາຫາສູ່ກັນຢ່າງສະດວກເທົ່ານັ້ນ, ຍັງເປັນໂຄງການມິດຕະພາບທີ່ເປັນສັກຂີພິຍານແຫ່ງການຮ່ວມທຸກຮ່ວມສຸກ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງຈີນ ແລະເນປານ, ກາຍເປັນພຶດຕິກໍາຕົວຈິງດ້ານການສ້າງປະຊາຄົມຮ່ວມຊາຕາກໍາຈີນ-ເນປານ.

    ສະໜາມບິນສາກົນໂປຄາຣາ ແມ່ນໂຄງການສໍາຄັນໃນການຮ່ວມມືລະຫວ່າງລັດຖະບານສອງປະເທດ. ໂຄງການດັ່ງກ່າວແມ່ນທະນາຄານຂາເຂົ້າ-ຂາອອກຈີນໃຫ້ການສະໜັບສະໜູນດ້ານການລະດົມທຶນແກ່ເນປານ, ບໍລິສັດວິສະວະກໍາCAMC ຈີນຈໍາກັດ ທີ່ຂຶ້ນກັບກຸ່ມບໍລິສັດອຸດສາຫະກໍາເຄື່ອງຈັກຈີນ ເປັນຝ່າຍຮັບເໝົາກໍ່ສ້າງໂດຍລວມ.