ການເຄື່ອນໄຫວຂອງເສດຖະກິດຈີນໃນປີ 2023 ອາດຈະກັບຄືນມາດີຂຶ້ນໂດຍລວມ

2023-01-02 13:00:07 cri

ຫວ່າງມໍ່ໆມານີ້, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນກ່າວວ່າ, ປີ 2023, ຈີນຈະປະຕິບັດນະໂຍາຍຕ່າງໆ ເຊັ່ນ: ການໃຊ້ມາດຕະການດ້ານການທະນາຄານທີ່ມີລັກສະນະນະໂຍບາຍ ແລະ ລັກສະນະການບຸກເບີກ, ການສະໜັບສະໜູນໃຫ້ປັບປຸງ ແລະ ດັດແກ້ອຸປະກອນຕ່າງໆ ພ້ອມດ້ວຍການເປີດກວ້າງເງິນກູ້ໄລຍະກາງ ແລະ ໄລຍະຍາວໃຫ້ແກ່ອຸດສາຫະກຳການຜະລິດເປັນຕົ້ນໃຫ້ເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງໃນປີ 2023.


ປີ 2023, ຈີນຈະສືບຕໍ່ເພີ່ມທະວີການຊ່ວຍເຫຼືອ ແລະ ການຊຸກຍູ້ສົ່ງເສີມຕໍ່ວິສາຫະກິດເອກະຊົນເພື່ອໃຫ້ພັດທະນາ ແລະ ເຕີບໃຫຍ່. ການເຄື່ອນໄຫວຂອງເສດຖະກິດຈີນໃນປີ 2023 ອາດຈະກັບຄືນມາດີຂຶ້ນໂດຍລວມ.