ກຣົວຊີເຂົ້າຮ່ວມເຂດໃຊ້ເງິນເອີໂຣ ແລະ ເຂດເຊັນເກນຢ່າງເປັນທາງການ

2023-01-02 13:01:50 cri

ນັບແຕ່ວັນທີ 1 ມັງກອນປີ 2023 ນີ້ເປັນຕົ້ນໄປ, ກຣົວຊີໄດ້ເລີ່ມໃຊ້ເງິນເອີໂຣ ແລະ ເຂົ້າຮ່ວມເຂດເຊັນເກນຢ່າງເປັນທາງການ.


ຫຼັງຈາກໃຊ້ເງິນເອີໂຣແລ້ວ, ກຣົວຊີຈະຕິດລາຄາສິນຄ້າດ້ວຍຄູນາ ເງິນກະກຸນຂອງປະເທດຕົນ ແລະ ເງິນເອີໂຣພ້ອມກັນຈົນຮອດທ້າຍປີ 2023 ນີ້.


ຫຼັງຈາກເຂົ້າຮ່ວມເຂດເຊັນເກນແລ້ວ, ກຣົວຊີຈະຍົກເລີກການຄວບຄຸມດ່ານຊາຍແດນທາງບົກ ແລະ ທາງທະເລຕໍ່ປະເທດສະມາຊິກຂອງເຂດເຊັນເກນ.


ວັນທີ 12 ກໍລະກົດປີ 2022 ຜ່ານມາ, ສະພາມົນຕີສະຫະພາບເອີລົບໄດ້ອະນຸມັດຢ່າງເປັນທາງການໃຫ້ກຣົວຊີເຂົ້າຮ່ວມເຂດໃຊ້ເງິນເອີໂຣແຕ່ວັນທີ 1 ມັງກອນປີ 2023 ນີ້ເປັນຕົ້ນໄປ. ວັນທີ 8 ທັນວາປີ 2022 ຜ່ານມາ, ສະພາມົນຕີສະຫະພາບເອີລົບໄດ້ອະນຸມັດເປັນເອກະພາບກັນໃຫ້ກຣົວຊີເຂົ້າເປັນປະເທດສະມາຊິກທີ 27 ຂອງເຂດເຊັນເກນແຕ່ວັນທີ 1 ມັງກອນປີ 2023 ນີ້ເປັນຕົ້ນໄປ.