ເມືອງຕ່າງໆທີ່ກໍາລັງຟື້ນຟູພະລັງຊີວິດຄືນໃໝ່ຂອງຈີນ ໄດ້ສົ່ງສັນຍານແນວໃດໃຫ້ແກ່ໂລກ

2023-01-03 16:20:46 cri

“ຖະໜົນຫົນທາງໃນປັກກິ່ງເລີ່ມມີລົດທີ່ແອອັດອີກຄືນໃໝ່, ນັກທ່ອງທ່ຽວພາກັນຈອງປີ້ໄປທ່ຽວຕ່າງປະເທດ, ວິສາຫະກິດຄາດຄະເນວ່າ ການເຄື່ອນໄຫວທາງທຸລະກິດຈະເພີ່ມຄວາມຄຶກຄື້ນຄືນໃໝ່”, “ໂຮງແຮມມີແຂກເຂົ້າພັກຫຼາຍຂຶ້ນຢ່າງຊັດເຈນ”…

ນີ້ແມ່ນການລາຍງານຂ່າວຫຼ້າສຸດຂອງໜັງສືພິມ FT Times, ສໍານັກຂ່າວ Reuters ແລະສື່ມວນຊົນອື່ນໆຂອງອັງກິດຕໍ່ກັບປະເທດຈີນ, ເນື້ອໃນກ່ຽວກັບ “ຊີວິດການເປັນຢູ່ຂອງ ປະຊາຊົນຈີນໄດ້ຟື້ນຟູສູ່ຄວາມເປັນປົກກະຕິ”, “ປັກກິ່ງ ແລະ ຊຽງໄຮ້ເກີດມີບັນຍາກາດທີ່ເຕັມ ໄປດ້ວຍພະລັງຊີວິດຄືນໃໝ່” ແລະເນື້ອໃນອື່ນໆ ໄດ້ຄອງໜ້າໜັງສືພິມທີ່ສໍາຄັນຂອງສື່ມວນຊົນ ຕ່າງປະເທດຈໍານວນບໍ່ໜ້ອຍ.

ການປັບປຸງນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງຈີນໄດ້ຮັບປະສິດທິຜົນແນວໃດ? ນີ້ແມ່ນເລື່ອງທີ່ວົງການພາຍນອກໃຫ້ຄວາມສົນໃຈໃນລະດັບສູງມາໂດຍຕະຫຼອດ. ປີໃໝ່ 2023 ຫາກໍເປີດສາກ, ປັກກິ່ງ, ຊຽງໄຮ້ ແລະ ຕົວເມືອງອື່ນໆທີ່ສໍາຄັນຂອງຈີນ ທີ່ຟື້ນຟູພະລັງຊີວິດຄືນໃໝ່ ໄດ້ຖືກຖືເປັນສັນຍານສໍາຄັນທີ່ຈີນຈະຟື້ນຟູຢ່າງຕັ້ງໜ້າ.

ໃນໄລຍະມໍ່ໆມານີ້, ຈີນໄດ້ປັບປຸງນະໂຍບາຍປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ການປ້ອງກັນ ແລະ ຄວບຄຸມພະຍາດຂອງຈີນ ໄດ້ເຂົ້າສູ່ໄລຍະໃໝ່. ສາມາດຄາດຄະເນໄດ້ວ່າ: ໃນປີໃໝ່ 2023 ນີ້, ລະລຽບການເສດຖະກິດ-ສັງຄົມຂອງຈີນ ຈະເລັ່ງການຟື້ນຟູ, ຊີວິດການເປັນຢູ່ຂອງປະຊາຊົນຈີນຈະກັບຄືນສູ່ຄວາມເປັນປົກກະຕິ.

ຊ່ອງ CNBC ຂອງອາເມຣິກາຄາດຄະເນວ່າ: ຈະເກີດມີກະແສບໍລິໂພກຄັ້ງໃໝ່ໃນຈີນ, ເມື່ອສະພາບການເສດຖະກິດໂລກໄດ້ມາເຖິງທາງແຍກທີ່ສໍາຄັນ, ການຟື້ນຟູ ແລະ ການ ພັດທະນາເສດຖະກິດຈີນ ຈະມີຜົນປະໂຫຍດຢ່າງຫຼວງຫຼາຍຕໍ່ກັບໂລກ.

“ຄອງຄອຍຄົນຈີນມາ” ແລະ “ຄອງຄອຍໄປປະເທດຈີນ”, ນີ້ຄືສຽງຮຽກຮ້ອງໃນໃຈຂອງ ປະຊາຊົນຕ່າງປະເທດ ໃນການລາຍງານຂ່າວຂອງສື່ມວນຊົນຕ່າງປະເທດຫຼາຍແຫ່ງ ແລະ ກໍໄດ້ສ່ອງແສງໃຫ້ເຫັນເຖິງການພົວພັນອັນແໜ້ນແຟ້ນລະຫວ່າງຈີນກັບໂລກ. ມວນມະຫາຊົນເຊື່ອໝັ້ນວ່າ: ໃນປີ 2023 ນີ້, ປະເທດຈີນທີ່ເຕັມໄປດ້ວຍພະລັງຊີວິດ ຈະສ້າງຈຸດເລີ່ມຕົ້ນ ແລະ ຢວ່າງບາດກ້າວທໍາອິດທີ່ດີໃຫ້ແກ່ຄວາມທັນສະໄໝແບບຈີນ ພ້ອມທັງຈະສ້າງໂອກາດ ແລະ ຄວາມຫວັງຫຼາຍກວ່າເກົ່າໃຫ້ແກ່ໂລກຢ່າງແນ່ນອນ.