ການລະບາດຂອງພະຍາດໄຂ້ຫວັດສັດປີກຢູ່ຢີ່ປຸ່ນສືບຕໍ່ແພ່ຂະຫຍາຍ

2023-01-03 11:54:49 CRI


    ຕາມການລາຍງານຂ່າວຂອງສຳນັກຂ່າວ NHK ຍີ່ປຸ່ນໃຫ້ຮູ້ວ່າ, ຟາມລ້ຽງໄກ່ແຫ່ງໜຶ່ງຢູ່ແຂວງຊີປາເກນຂອງຍີ່ປຸ່ນໄດ້ຢືນຢັນໃນວັນທີ 2 ມັງກອນນີ້ຕາມເວລາທ້ອງຖິ່ນວ່າ, ໄດ້ເກີດພະຍາດໄຂ້ຫວັດສັດປີກທີ່ມີລັກສະນະແພ່ລະບາດສູງ, ອົງການປົກຄອງທ້ອງຖິ່ນໄດ້ຕົກລົງຂ້າໄກ່ປະມານ 1 ໝື່ນໂຕເພື່ອສະກັດກັ້ນການແພ່ລະບາດຂອງພະຍາດໃນຄັ້ງນີ້.


    ອີງຕາມສະຖິຕິຈາກກະຊວງກະສິກໍາ, ປ່າໄມ້ແລະການປະມົງຂອງຍີ່ປຸ່ນແຈ້ງໃຫ້ຮູ້ວ່າ: ໃນລະຫວ່າງທ້າຍເດືອນຕຸລາປີ 2022 ຮອດວັນທີ 3 ມັງກອນປີ 2023 ນີ້ ແມ່ນພໍດີກັບລະດູການແພ່ລະບາດຂອງພະຍາດໄຂ້ຫວັດສັດປີກຄັ້ງນີ້, ຢູ່ເຂດບໍລິຫານລະດັບ 1 ມີຈໍານວນ 23 ເຂດຂອງຍີ່ປຸ່ນໄດ້ມີລາຍງານພົບການແພ່ລະບາດຂອງພະຍາດໄຂ້ຫວັດສັດປີກຢູ່ຟາມລ້ຽງໄກ່ແລະບ່ອນອື່ນໆທັງໝົດ 53 ກໍລະນີ, ລື່ນສະຖິຕິສູງສຸດໃນລະຫວ່າງເດືອນພະຈິກປີ 2020 ຫາເດືອນເມສາປີ 2021. ມາຮອດປັດຈຸບັນ, ປະເພດສັດປີກທີ່ຖືກຂ້າເພື່ອສະກັດກັ້ນການແພ່ລະບາດຂອງພະຍາດໄຂ້ຫວັດສັດປີກໃນຄັ້ງນີ້ມີປະມານ 7.740.000 ໂຕ. ຖ້າວ່າການແພ່ລະບາດຂອງພະຍາດຍັງສືບຕໍ່ຂະຫຍາຍອອກ, ປະເພດສັດປີກທີ່ຖືກຂ້າເພື່ອສະກັດກັ້ນການແພ່ລະບາດຂອງພະຍາດໄຂຫວັດສັດປີກໃນຄັ້ງນີ້ອາດຈະມີຫຼາຍກວ່າ 9.870.000 ໂຕຖືເປັນສະຖິຕິສູງສຸດໃນປະຫວັດສາດໃນລະຫວ່າງເດືອນພະຈິກປີ 2020 ຫາເດືອນເມສາປີ 2021.