ກະຊວງການຕ່າງປະເທດຣັດເຊຍ: ບໍ່ສາມາດເຊັນສົນທິສັນຍາສັນຕິພາບກັບຍີ່ປຸ່ນໄດ້ພາຍໃຕ້ເງື່ອນໄຂໃນປັດຈຸບັນນີ້

2023-01-03 16:32:39 CRI


    ວັນທີ 3 ມັງກອນ 2023ນີ້, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຣັດເຊຍ, ທ່ານອັນເດຣ ຣູເຊັນໂກ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ຍີ່ປຸ່ນປະຕິບັດນະໂຍບາຍທີ່ບໍ່ເປັນມິດຕໍ່ຣັດເຊຍຢ່າງເປີດເຜີຍ, ໄດ້ຂົ່ມຂູ່ເຖິງຜົນປະໂຫຍດຂອງຣັດເຊຍໂດຍກົງ, ສະນັ້ນພາຍໃຕ້ເງື່ອນໄຂໃນປັດຈຸບັນນີ້, ສອງປະເທດບໍ່ສາມາດເຊັນສົນທິສັນຍາສັນຕິພາບໄດ້. ເມື່ອເບິ່ງຈາກສະພາບໃນປັດຈຸບັນນີ້ແລ້ວເຫັນວ່າ, ຍີ່ປຸ່ນບໍ່ມີທ່າທີ່ຍຸດຕິນະໂຍບາຍຕ້ານຣັດເຊຍ ແລະ ຜ່ອນຄາຍສະຖານະການ.