ຈີນຍິນດີຮ່ວມກັບຟິລິບປິນສ້າງຍຸກຄຳໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ

2023-01-03 17:17:48 cri

ຫວ່າງມໍ່ໆນີ້, ທ່ານຫວງຊີ່ຫຼຽນ ເອກອັກຄະລັດຖະທູດຈີນປະຈຳຟິລິບປິນໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງ ຈີນຫຼື CMG ວ່າ: ການພົວພັນ ຈີນ-ຟິລິບປິນປີ 2023 ຢູ່ໃນຈຸດເລີ່ມຕົ້ນໃໝ່, ຈີນຍິນດີຮ່ວມກັບຟິລິບປິນສ້າງຍຸກຄຳໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ.ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານFerdinand Romualdez Marcos ປະທານາທິບໍດີຟິລິບປິນຈະຢ້ຽມຢາມຈີນທາງລັດຖະກິດໃນລະຫວ່າງ ວັນທີ 3 ຫາວັນທີ 5 ມັງກອນປີ 2023, ທ່ານຫວງຊີ່ຫຼຽນມີຄວາຄອງຄອຍຕໍ່ ການຢ້ຽມຢາມຄັ້ງນີ້, ທ່ານເຫັນວ່ານີ້ຈະເພີ່ມຄວາມເຂົ້າໃຈ ແລະຄວາມໄວ້ເນື້ອ ເຊື່ອໃຈຂອງສອງປະເທດຕື່ມອີກ, ຈະຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດ ກ້າວເດີນໄປຂ້າງໜ້າຢ່າງໝັ້ນທ່ຽງ.