ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖີງປະທານາທິບໍດີເບຣຊິນ

2023-01-03 12:12:59 cri

ວັນທີ 2 ມັງກອນນີ້, ທ່ານສີຈິ້້ນຜິງ ປະທານປະເທດຈີນ ໄດ້ສົ່ງສານ ຊົມເຊີຍເຖິງທ່ານລູອິສ ອີນາຊີໂອ ລູລາ ດາຊິນວາ ເນື່ອງໃນໂອກາດທີ່ທ່ານໄດ້ຂຶ້ນດຳລົງຕຳແໜ່ງເປັນປະທານາທິບໍດີສາທາລະນະລັດສະຫະພັນເບຣຊິນ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ຈີນແລະເບຣຊິນເປັນປະ ເທດໃຫຍ່ທີ່ກຳລັງພັດທະນາ, ເປັນຕະຫຼາດຈະເລີນໃໝ່ທີ່ສຳຄັນແລະມີບົດບາດ ອິດທິພົນຢູ່ໃນໂລກ, ສອງປະເທດເປັນຄູ່ຮ່ວມຍຸດທະສາດຮອບດ້ານຂອງກັນ ແລະກັນ, ມີຜົນປະໂຫຍດຮ່ວມຢ່າງກວ້າງຂວາງ, ໄດ້ແບກຫາບໜ້າທີ່ຮັບ ຜິດຊອບຮ່ວມແຫ່ງການພັດທະນາ.  ນັບຕັ້ງແຕ່ຈີນ-ເບຣຊິນສ້າງສາຍສຳພັນທາງ ການທູດເປັນເວລາ 48 ປີມານີ້, ຈາກຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການພົວພັນຂອງສອງ ປະເທດ ໄດ້ຂະຫຍາຍຕົວລົງສູ່ລວງເລິກຢ່າງຕໍ່ເນື່ອງ, ນັບມື້ນັບສົມບູນ ແລະມີຊີວິດຊີວາຫຼາຍຂຶ້ນ, ກາຍເປັນແບບຢ່າງແຫ່ງການຂະຫຍາຍການພົວພັນລະຫວ່າງປະເທດໃຫຍ່ທີ່ພວມພັດທະນາ, ມີເນື້ອໃນອັນອຸດົມສົມບູນແລະ ມີອະນາຄົດອັນກວ້າງຂວາງ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການ ເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ເບຣຊິນ, ຍິນດີຮ່ວມ ກັບທ່ານສຸມຄວາມພະຍາຍາມເຂົ້າໃນການສືບຕໍ່ຍຶດໝັ້ນການສະໜັບສະໜູນ ເຊິ່ງກັນແລະກັນໃນການເຮັດໃຫ້ປະເທດຕົນກ້າວເດີນໄປຕາມເສັ້ນທາງການພັດ ທະນາທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນ, ເຄົາລົບຜົນປະໂຫຍດແກນ ກາງຂອງປະເທດໃຜລາວ, ຊຸກຍູ້ການຮ່ວມມືຕົວຈິງລະຫວ່າງສອງຝ່າຍ, ຮັດແໜ້ນການປະສານງານແລະປະສານສົມທົບກັນຫຼາຍຝ່າຍ, ໂດຍພິຈາລະນາ ຈາກລະດັບສູງທາງຍຸດທະສາດ ແລະວິໄສທັດຍາວໄກ, ນຳພາແລະຊຸກຍູ້ສາຍ ພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ເບຣຊິນຂະຫຍາຍຕົວຂຶ້ນສູ່ລະດັບສູງ ກວ່າເກົ່າເພື່ອສ້າງຄວາມຜາສຸກໃຫ້ກັບສອງປະເທດກໍຄືປະຊາຊົນສອງຊາດ ໃຫ້ດີກວ່າເກົ່າ.