ການເລືອກຕັ້ງປະທານສະພາຕ່ຳອາເມລິກາບໍ່ສາມາດບັງເກີດຜົນໄດ້ພາຍຫຼັງການເລືອກຕັ້ງ 3 ຮອບ

2023-01-04 10:42:53 CRI

 

    ກອງປະຊຸມລັດຖະສະພາອາເມລິກາສະໄໝທີ 118 ໄດ້ໄຂຂຶ້ນໃນວັນທີ 3 ມັງກອນນີ້, ແຕ່ການເລືອກຕັ້ງປະທານສະພາຕ່ຳທີ່ຈັດຂຶ້ນໃນມື້ດຽວກັນນັ້ນແມ່ນບໍ່ສາມາດບັງເກີດຜົນໄດ້ເຖິງວ່າໄດ້ຈັດການເລືອກຕັ້ງເຖີງ 3 ຮອບກໍຕາມ, ນີ້ເປັນຄັ້ງທໍາອິດທີ່ບໍ່ສາມາດຕົກລົງເລືອກປະທານສະພາຕ່ຳອາເມລິກາຜ່ານການເລືອກຕັ້ງຮອບທໍາອິດໄດ້ໃນຮອບ 100 ປີຜ່ານມາ, ສົ່ງຜົນເຮັດໃຫ້ສະພາຕໍ່າອາເມລິກາຕົກຢູ່ໃນສະພາບເຄັ່ງຕຶງດ້ານການເມືອງໃນປັດຈຸບັນ ແລະສະມາຊິກລັດຖະສະພາຊຸດໃໝ່ແມ່ນບໍ່ສາມາດຮັບຕໍາແໜ່ງໄດ້. ສະພາຕໍ່າອາເມລິກາຈະຈັດການເລືອກຕັ້ງປະທານອີກຄັ້ງໜຶ່ງໃນວັນທີ 4 ມັງກອນນີ້.