ກຳມະກອນຂົນສົ່ງຂອງອັງກິດຈັດການນັດຢຸດງານອີກຄັ້ງ

2023-01-04 10:44:52 cri

     

 

ເນື່ອງຈາກຄວາມຮຽກຮ້ອງໃນດ້ານຕ່າງໆເຊັ່ນ:ຄ່າແຮງງານ, ຕຳແໜ່ງງານ, ເງື່ອນໄຂດ້ານການເຮັດວຽກແລະອື່ນໆ ບໍ່ໄດ້ຮັບການແກ້ໄຂເປັນເວລາຍາວນານ, ກຳມະກອນທາງລົດໄຟຂອງອັງກິດໄດ້ຈັດການນັດຢຸດງານອີກຄັ້ງໜຶ່ງໃນອາທິດນີ້, ລະບົບທາງລົດໄຟຂອງອັງກິດຈະປະເຊີນກັບສະພາບເກືອບເປັນອຳມະພາດອີກ ຄັ້ງໜຶ່ງ.

ຄາດວ່າ ການນັດຢຸດງານຄັ້ງນີ້ຈະກະທົບເຖິງການເດີນທາງໄປມາຂອງຫຼາຍລ້ານຄົນ.ແຕ່ວ່າຜູ້ໂດຍສານຈຳນວນຫຼາຍໄດ້ສະແດງຄວາມເຂົ້າໃຈຕໍ່ເລື່ອງນີ້ ພ້ອມທັງຮູ້ສຶກໄດ້ເຖິງສະພາບເສດຖະກິດທີ່ບໍ່ດີຂອງອັງກິດໃນປັດຈຸບັນ.