ນັກວິເຄາະເຫັນວ່າ: ຄວນຢຸດການກະທຳທີ່ຍຸແຍ່ໃຫ້ເກີດຄວາມຂັດແຍ້ງຈາກການປະທະກັນລະຫວ່າງຣັດເຊຍ-ອູແກຣນ

2023-01-04 16:51:42 cri


ສະຖານະການປະທະກັນລະຫວ່າງຣັດເຊຍ-ອູແກຣນຍັງໜັກໜ່ວງຢູ່, ແຕ່ບັນດາ ປະເທດຕາເວັນຕົກບໍ່ໄດ້ຊ່ວຍຫຼຸດຄວາມເດືອດຮ້ອນ, ຍັງຍຸແຍ່ໃຫ້ເກີດຄວາມຂັດແຍ້ງກັນຢ່າງຕໍ່ເນື່ອງ.

ວັນທີ 1 ມັງກອນ 2023, ທ່ານ ເຈັນສ ສໂຕນເຕັນເບີກ ເລຂາທິການໃຫຍ່ອົງການນາໂຕໄດ້ໃຫ້ສຳພາດຕໍ່ສື່ມວນຊົນອັງກິດວ່າ: ການທີ່ຝ່າຍຕາເວັນຕົກສະໜອງອາວຸດໃຫ້ແກ່ອູແກຣນເປັນໄລຍະຍາວ, ຕ້ອງຍຶດໝັ້ນການຂົນສົ່ງອາວຸດໄປໃຫ້ອູ  ແກຣນ, ມີແຕ່ເຮັດແນວນີ້ຈິ່ງຈະສາມາດບັງຄັບໃຫ້ຣັດເຊຍກັບຄືນສູ່ການເຈລະຈາ, ສ່ວນອູແກຣນຈະໄດ້ຮັບໝາກຜົນແນວໃດໃນການເຈລະຈາ ແມ່ນຂຶ້ນກັບສະຖານະການການປະທະກັນ.

ນັກວິເຄາະທາງການເມືອງອາເມຣິກາເຫັນວ່າ: ປັດຈຸບັນ, ວິທີທີ່ຈະບັນລຸສັນຕິພາບໄດ້ໂດຍໄວທີ່ສຸດແມ່ນຝ່າຍຕາເວັນຕົກ, ອາເມຣິກາ ແລະອົງການນາໂຕ ຕ້ອງຍຸດຕິການສະໜອງອາວຸດໃຫ້ແກ່ອູແກຣນ, ຢຸດການສະໜອງເງິນທຶນ, ແຕ່ປັດຈຸບັນ, ອົງການນາໂຕແມ່ນເຊື່ອຟັງແຕ່ຄວາມອາເມຣິກາເທົ່ານັ້ນ.