ປະທານາທິບໍດີຟິລິບປິນຄອງຄອຍເປີດໂສມໜ້າໃໝ່ແຫ່ງການພົວພັນຟິລິບປິນ-ຈີນ

2023-01-04 12:05:34 cri


ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານເຟີດິນານ ໂຣມົວເດສ ມາໂກສ ປະທານາທິບໍດີຟິລິບປິນ ຈະຢ້ຽມຢາມຈີນທາງ

ລັດຖະກິດລະຫວ່າງວັນທີ 3 ຫາ 5 ມັງກອນນີ້. ໃນກອງປະຊຸມຖະແຫຼງຂ່າວກ່ອນຈະອອກເດີນທາງ, ທ່ານມາໂກສ ກ່າວວ່າ: ຄອງຄອຍເປີດໂສມໜ້າໃໝ່ແຫ່ງການພົວພັນລະຫວ່າງຟິລິບປິນ-ຈີນ.

ທ່ານ ມາໂກສ ກ່າວຕື່ມວ່າ: ພວກເຮົາຈະສະແຫວງຫາການເພີ່ມທະວີການພົວພັນລະຫວ່າງສອງຝ່າຍ, ເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ, ພະລັງງານ, ສິ່ງກໍ່ສ້າງພື້ນຖານໂຄງລ່າງ, ວິທະຍາສາດເຕັກນິກ, ການຄ້າແລະການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະອື່ນໆ. ຂ້າພະເຈົ້າຄອງຄອຍການພົບປະເຈລະຈາກັບທ່ານປະທານ ສີຈິ້ນຜິງ, ພວກເຮົາຈະພະຍາຍາມເຮັດໃຫ້ການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່, ສິ່ງນີ້ຈະສ້າງອະນາຄົດທີ່ດີແລະໂອກາດທີ່ອຸດົມສົມບູນໃຫ້ແກ່ສັນຕິພາບແລະການພັດທະນາຂອງປະຊາຊົນສອງຊາດ.

ທ່ານ ມາໂກສ ກ່າວຕື່ມອີກວ່າ: ຄອງຄອຍການຢ້ຽມຢາມຄັ້ງນີ້ຈະໄດ້ຮັບໝາກຜົນທີ່ອຸດົມສົມບູນ, ຂໍເຊີນຊວນນັກທ່ອງທ່ຽວຈີນໄປທ່ຽວຟິລິບປິນ ເພື່ອຊຸກຍູ້ການທ່ອງທ່ຽວແລະການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.