ຈີນຈະປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນການແລກປ່ຽນແລະການຮ່ວມມືກັບພາຍນອກໃຫ້ດີກວ່າເກົ່າ

2023-01-04 10:39:31 CRI

 

    ໃນເວລາຕອບຄໍາຖາມນັກຂ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 3 ມັງກອນີ້, ທ່ານນາງ ໝາວໜີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນວ່າ: ຝ່າຍຈີນຈະສືບຕໍ່ປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດໂດຍອີງຕາມສະຖານະການແພ່ລະບາດຂອງພະຍາດໂຄວິດ-19, ເພື່ອສ້າງເງື່ອນໄຂທີ່ດີ ກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນທີ່ປອດໄພ, ປອດໄສແລະມີຄວາມເປັນລະບຽບຮຽບຮ້ອຍຂອງປະຊາຊົນທັງພາຍໃນແລະຕ່າງປະເທດ, ຮັບປະກັນການແລກປ່ຽນແລະການຮ່ວມມືກັບພາຍນອກໃຫ້ດີກວ່າເກົ່າ.


    ຫວ່າງມໍ່ໆມານີ້, ຝ່າຍຈີນໄດ້ປະກາດປະຕິບັດການຄຸ້ມຄອງລະດັບ ຂ ສຳຫຼັບພະຍາດປະເພດ ຂ ຕໍ່ການຕິດເຊື້ອພະຍາດໂຄວິດ-19, ພ້ອມທັງອອກນະໂຍບາຍຊົ່ວຄາວສໍາລັບການໄປມາຫາສູ່ກັນລະຫວ່າງປະຊາຊົນພາຍໃນແລະຕ່າງປະເທດ. ຈາກນັ້ນມາແມ່ນມີຫຼາຍປະເທດໄດ້ສະແດງຄວາມຍິນດີຕໍ່ນະໂຍບາຍດັ່ງກ່າວ, ແຕ່ກໍເລີ່ມມີບາງປະເທດໄດ້ປະກາດນຳໃຊ້ມາດຕະການປ້ອງກັນແລະຄວບຄຸມພະຍາດຊົ່ວຄາວສໍາລັບຜູ້ເດີນທາງຈາກຈີນໃນຫວ່າງບໍ່ເທົ່າໃດມື້ຜ່ານມາ, ລວມທັງການກວດຫາເຊື້ອພາຍຫຼັງເຂົ້າປະເທດ, ນຳໃຊ້ມາດຕະການກັກບໍລິເວນສໍາຫຼັບຜູ້ທີ່ຕິດເຊື້ອແລະອື່ນໆ. ຕໍ່ກັບກໍລະນີດັ່ງກ່າວ, ທ່ານນາງ ໝາວໜີງ ກ່າວວ່າ: ຫວ່າງມໍ່ໆມານີ້ໄດ້ມີຜູ້ຊ່ຽວຊານດ້ານອະນາໄມ ແລະສຸຂະພາບຂອງຫຼາຍປະເທດໃຫ້ຮູ້ວ່າ, ເຊື້ອພະຍາດໂຄວິດ-19 ທີ່ພວມແພ່ລະບາດຢູ່ຈີນນັ້ນເຄີຍແພ່ລະບາດຢູ່ບ່ອນຕ່າງໆໃນທົ່ວໂລກມາກ່ອນໜ້ານີ້ແລ້ວ, ເຊິ່ງຢູ່ບ່ອນຕ່າງໆກໍອາດຈະເກີດເຊື້ອພະຍາດສາຍພັນໃໝ່ໄດ້, ສະນັ້ນບໍ່ຈໍາເປັນນໍາໃຊ້ມາດຕະການຈໍາກັດການເຂົ້າປະເທດເປັນພິເສດທີ່ແນ່ໃສ່ຈີນ. ຝ່າຍຈີນມີທັດສະນະຢ່າງສະເໝີຕົ້ນສະເໝີປາຍວ່າ, ມາດຕະການປ້ອງກັນແລະຄວບຄຸມພະຍາດຂອງປະເທດຕ່າງໆຄວນອີງຕາມຫຼັກວິທະຍາສາດແລະມີລະດັບທີ່ເໝາະສົມ, ບໍ່ຄວນສວຍໃຊ້ໂອກາດສ້າງໃຫ້ເປັນບັນຫາການເມືອງ, ບໍ່ຄວນມີການປະພຶດທີ່ຈໍາແນກ ແລະບໍ່ຄວນສ້າງຜົນກະທົບຕໍ່ການໄປມາຫາສູ່ກັນກໍຄືການແລກປ່ຽນແລະການຮ່ວມມືທີ່ເປັນປົກກະຕິລະຫວ່າງປະຊາຊົນ.