ການລົງໂທດຣັດເຊຍຮອບທີ 9 ຂອງສະຫະພາບເອີຣົບມີຜົນກະທົບຄືນທີ່ພົ້ນເດັ່ນ

2023-01-04 16:44:47 cri


ໃນໄລຍະມໍ່ໆມານີ້, ສະຫະພາບເອີຣົບໄດ້ເຮັດຕາມອາເມຣິກາປະຕິບັດການລົງໂທດຕໍ່ຣັດເຊຍຮອບທີ 9 ແບບຫຼັບຫູຫຼັບຕາ ເຊິ່ງໄດ້ສ້າງຜົນກະທົບຄືນໃຫ້ແກ່ຕົນເອງທີ່ພົ້ນເດັ່ນຂຶ້ນ, ເຮັດໃຫ້ເສດຖະກິດເອີຣົບຊຸດໂຊມລົງຕື່ມອີກ.

ນັບແຕ່ເກີດວິກິດການອູແກຣນເປັນຕົ້ນມາ, ສະຫະພາບເອີຣົບໄດ້ປະຕິບັດມາດຕະການລົງໂທດດ້ານເສດຖະກິດຕ່າງໆຕໍ່ຣັດເຊຍ ໂດຍໄດ້ຫຼຸດການສົ່ງອອກຕໍ່ຣັດເຊຍລົງ, ແຕ່ຍ້ອນໄດ້ຮັບຜົນກະທົບຄືນຈາກມາດຕະການທີ່ສະຫະພາບເອີຣົບລົງໂທດຣັດເຊຍ, ເຮັດໃຫ້ຕ່ອງໂສ້ການສະໜອງຢູ່ເອີຣົບເຄັ່ງຕຶງຂຶ້ນ, ລາຄາພະລັງງານແລະສິນຄ້າລາຍໃຫຍ່ເພີ່ມສູງຂຶ້ນ, ມູນຄ່າການນຳເຂົ້າເພີ່ມຂຶ້ນຢ່າງເດັ່ນຊັດ.

ອີງຕາມຕົວເລກຫຼ້າສຸດທີ່ອົງການສະຖິຕິສະຫະພາບເອີຣົບເປີດເຜີຍໃຫ້ຮູ້ໃນເດືອນທັນວາປີ 2022 ສະແດງໃຫ້ເຫັນວ່າ: ໃນ 10 ເດືອນປີ 2022 ຜ່ານມາ, ມູນຄ່າການນຳເຂົ້າສິນຄ້າຣັດເຊຍຂອງສະຫະພາບເອີຣົບມີເຖິງ 181,2 ຕື້ເອີໂຣ, ເພີ່ມຂຶ້ນ 42.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໄລຍະດຽວກັນນີ້, ການເສຍປຽບດຸນການຄ້າຂອງສະຫະພາບເອີຣົບຕໍ່ຣັດເຊຍໄດ້ເພີ່ມຈາກ 54,1 ຕື້ເອີໂຣ ເປັນ 134,6 ຕື້ເອີໂຣ.

ນັກວິເຄາະເຫັນວ່າ: ການລົງໂທດຣັດເຊຍຫຼາຍຮອບເຮັດໃຫ້ວິສາຫະກິດເອີຣົບໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ ເຊິ່ງບໍ່ພຽງແຕ່ເສຍຕະຫຼາດໄປເທົ່ານັ້ນ, ຍັງເຮັດໃຫ້ຕົ້ນທຶນການຜະລິດເພີ່ມຂຶ້ນຍ້ອນລາຄາພະລັງງານເພີ່ມສູງຂຶ້ນ. ເງິນເດືອນຕົວຈິງຂອງປະຊາຊົນກໍຫຼຸດລົງຢ່າງຫຼວງຫຼາຍ ເຮັດໃຫ້ຄວາມສາມາດໃນການສັ່ງຊື້ສິນຄ້າຫຼຸດໜ້ອຍລົງ.