ວິສາຫະກິດແຖວໜ້າຊຸກຍູ້ການຍົກລະດັບຂະແໜງການສະຕໍເບີຣີ ເພື່ອຊ່ວຍເຫຼືອໃຫ້ປະຊາຊົນມີຄວາມຮັ່ງມີຮ່ວມກັນ

2023-01-04 16:42:17 cri


ໃນໄລຍະມໍ່ໆນີ້,ສະຕໍເບີຣີປອດສານພິດຢູ່ສູນປູກສະຕໍເບີຣີ ທີ່ບ້ານຊ່ານ ທິ່ງແຂວງເຈີ້ຈ່ຽງໄດ້ຂາຍຢູ່ຕະຫຼາດຕາມໆກັນ ເຊິ່ງເປັນໄລຍະທີ່ຂາຍດີທີ່ສຸດ. ສູນປູກສະຕໍເບີຣີແຫ່ງນີ້ມີເນື້ອທີ່ຫຼາຍກວ່າ 5 ເຮັກຕາ, ໄດ້ລົງທຶນຫຼາຍກວ່າ 8 ລ້ານຢວນ, ໄດ້ອາໄສເວທີສວນອຸດສາຫະກຳກະສິກຳທີ່ທັນສະໄໝແຫ່ງຊາດ, ຖືເຕັກນິກຂອງວິສາຫະກິດແຖວໜ້າເປັນເສົາຄ້ຳ, ດຳເນີນການຮ່ວມມືກັບວິສາຫະກິດຊົນນະບົດ ເພື່ອຊ່ວຍເຫຼືອໃຫ້ປະຊາຊົນທ້ອງຖິ່ນມີຄວາມຮັ່ງມີຮ່ວມກັນ.