ຜູ້ທີ່ຈົ່ມວ່າຢາກໃຫ້ປະເທດຈີນ“ຜ່ອນຜັນມາດຕະການປ້ອງກັນພະຍາດ” ນັ້ນ ດຽວນີ້ພັດຈໍາກັດ ປະຊາຊົນຈີນ, ຈັ່ງແມ່ນຊາດໜ້າຊື່ໃຈຄົດ!

2023-01-04 16:18:03 cri

ພາຍຫຼັງປະເທດຈີນ ປັບປຸງນະໂຍບາຍປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ໃນທ້າຍປີ 2022 ເປັນຕົ້ນມາ, ລະບຽບການເສດຖະກິດສັງຄົມຂອງຈີນໄດ້ເລັ່ງຟື້ນຟູຄວາມເປັນປົກກະຕິ, ປະຊາຄົມໂລກໂດຍທົ່ວໄປໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງນີ້ ໂດຍເຫັນວ່າ: ນີ້ເປັນສັນຍານທີ່ຕັ້ງໜ້າສໍາລັບເສດຖະກິດໂລກ. ແຕ່ວ່າ, ປະເທດຈໍານວນໜຶ່ງທີ່ມີອາເມຣິກາເປັນຕົວແທນ ທີ່ມັກຈົ່ມວ່າຢາກໃຫ້ປະເທດຈີນ “ຜ່ອນຜັນມາດຕະການປ້ອງກັນພະຍາດ”ນັ້ນ, ດຽວນີ້ໄດ້ເລີ່ມກໍ່ເລື່ອງອີກແລ້ວ. ເຂົາເຈົ້າໄດ້ປະກາດປະຕິບັດມາດຕະການຈໍາກັດການເຂົ້າເມືອງຕໍ່ຜູ້ໂດຍສານຈາກຈີນ ດ້ວຍຂໍ້ອ້າງທີ່ວ່າ: ສະພາບການແພ່ລະບາດຢູ່ຈີນ“ອາດຈະປາກົດມີເຊື້ອພະຍາດກາຍພັນຊະນິດໃໝ່ຢ່າງກະທັນຫັນ”.

ເມື່ອບໍ່ດົນມານີ້, ໜັງສືພິມ The Washington Post ໄດ້ຕຳໜິໂດຍອ້າງຕາມຄໍາເວົ້າຂອງຜູ້ຊ່ຽວຊານດ້ານພະຍາດລະບາດຫຼາຍທ່ານວ່າ: ຂໍ້ຕົກລົງຂອງລັດຖະບານອາເມຣິກາ“ບໍ່ປະຕິບັດຕາມຫຼັກວິທະຍາສາດ, ບໍ່ສົມເຫດສົມຜົນ ແລະ ໄປຕາມທິດທາງຜິດພາດ.” ນັກວິເຄາະເຫັນວ່າ: ນີ້ແມ່ນການສະແດງການເມືອງລວມໝູ່ອີກຄັ້ງໃໝ່ຂອງປະເທດຈໍານວນໜຶ່ງ ເພື່ອຖິ້ມຄວາມຮັບຜິດຊອບໃຫ້ຈີນ ໃນດ້ານການແພ່ລະບາດຂອງພະຍາດໂຄວິດ-19.

ເມື່ອເບິ່ງຕາມວິທະຍາສາດແລ້ວ, ເຊື້ອພະຍາດໂຄວິດ-19 ທີ່ແພ່ລະບາດຢູ່ຈີນໃນປັດຈຸບັນສ່ວນຫຼາຍແມ່ນສາຍພັນ BA.5.2 ແລະ BF. 7 ເຊິ່ງໃນເມື່ອກ່ອນໄດ້ແພ່ລະບາດຢູ່ແຫ່ງຕ່າງໆຂອງໂລກມາແລ້ວ. ນີ້ກໍໝາຍຄວາມວ່າ ຢູ່ທຸກບ່ອນຂອງໂລກກໍມີຄວາມອາດສາມາດທີ່ຈະເກີດເຊື້ອພະຍາດກາຍພັນສາຍໃໝ່ໄດ້. ສະນັ້ນ, ການຈໍາກັດແຕ່ຜູ້ໂດຍສານຈາກຈີນເຂົ້າເມືອງ ໝາຍວ່າແນວໃດ?.

ຜູ້ຊ່ຽວຊານດ້ານສາທາລະນະສຸກ ແລະ ສຸຂະພາບຂອງຫຼາຍປະເທດ ຕ່າງກໍເຫັນວ່າ: ບໍ່ມີຄວາມຈໍາເປັນທີ່ຈະປະຕິບັດມາດຕະການຈໍາກັດການເຂົ້າເມືອງຕໍ່ຜູ້ໂດຍສານຈາກຈີນ. ຂໍ້ກໍານົດ ທີ່ກ່ຽວຂ້ອງຂອງອາເມຣິກາ ແລະ ປະເທດເອີຣົບຈໍານວນໜຶ່ງ ບໍ່ພຽງແຕ່ຂາດຫຼັກວິທະຍາສາດ ຍັງປະໝາດສະພາບຄວາມຈິງດ້ານການປ້ອງກັນພະຍາດອີກ, ຈະບໍ່ມີປະສິດທິຜົນແຕ່ຢ່າງໃດເລີຍ.

ໃນເວລາທີ່ປະເທດຈີນປະຕິບັດມາດຕະການປ້ອງກັນພະຍາດຢ່າງເຂັ້ມງວດ ເພື່ອປົກປັກ ຮັກສາສຸຂະພາບ ແລະຄວາມປອດໄພຂອງປະຊາຊົນປະເທດຕົນນັ້ນ, ອາເມຣິກາ ແລະ ປະເທດ ເອີຣົບຈໍານວນໜຶ່ງໄດ້ຈົ່ມໂດຍບໍ່ຢຸດບໍ່ເຊົາວ່າ ຢາກໃຫ້ຈີນ “ຜ່ອນຜັນມາດຕະການປ້ອງກັນພະຍາດ, ຖ້າບໍ່ດັ່ງນັ້ນກໍແມ່ນບໍ່ມີເສລີພາບ ແລະ ໄຮ້ສິດທິມະນຸດ. ແຕ່ເມື່ອປະເທດຈີນໄດ້ປັບປຸງນະໂຍບາຍປ້ອງກັນພະຍາດ ໂດຍອີງຕາມການປ່ຽນແປງຂອງສະພາບຕົວຈິງແລ້ວ, ນັກການເມືອງ ແລະ ສື່ມວນຊົນຝ່າຍຕາເວັນຕົກຈໍານວນໜຶ່ງພັດໄດ້ເລີ່ມແຕ້ມແຕ່ງວ່າ: ການແພ່ລະບາດຂອງພະຍາດຢູ່ຈີນ ໄດ້ສ້າງໄພຂົ່ມຂູ່ຕໍ່ການປ້ອງກັນພະຍາດຂອງປະເທດອື່ນ ພ້ອມທັງໄດ້ວາງມາດຕະການຈໍາກັດຄົນເຂົ້າເມືອງທີ່ຝືນກັບຄວາມເປັນຈິງ ແລະ ລະເມີດຫຼັກວິທະຍາສາດ. ການກະທໍາແບບນີ້ ຈັ່ງແມ່ນໜ້າຊື່ໃຈຄົດແທ້ໆ!