ປີ2023 ວຽກງານການຕ່າງປະເທດຂອງຈີນຈະປາກົດໃຫ້ເຫັນສະພາບການໃໝ່ແຫ່ງການພັດທະນາພາລະກິດຂອງພັກແລະປະເທດຊາດບົນຂະບວນການໃໝ່ໃນຍຸກໃໝ່

2023-01-04 11:31:55 CRI



ຄຳອວຍພອນປີໃໝ່ 2023 ຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮັບສຽງຕອບຮັບຢ່າງຟົດຟື້ນຈາກປະຊາຄົມໂລກ. ບຸກຄົນຢູ່ຫຼາຍປະເທດກ່າວຢືນຢັນວ່າ: ຄຳອວຍພອນປີໃໝ່ຂອງທ່ານສີຈິ້ນຜິງໄດ້ສົ່ງຄວາມຫວັງ ແລະຄວາມ ໝັ້ນໃຈຕໍ່ທົ່ວໂລກ. ເຊື່ອໝັ້ນວ່າ, ສະຕິປັນຍາຂອງຈີນ ແລະແຜນການຂອງຈີນຈະປະກອບສ່ວນສຳຄັນອັນໃໝ່ເຂົ້າໃນພາລະກິດສັນຕິພາບແລະການພັດທະນາຂອງມວນມະນຸດ.

ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢືນຢັນ ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 3 ມັງກອນນີ້ວ່າ: “ພວກເຮົາຈະ ຕັ້ງໜ້າເສີມຂະຫຍາຍສາຍພົວພັນຄູ່ຮ່ວມທົ່ວໂລກທີ່ສະເໝີພາບ, ເປີດປະຕູ ແລະການຮ່ວມມື, ຊຸກຍູ້ການສ້າງສະພາບການພົວພັນລະຫວ່າງປະເທດໃຫຍ່ ທີ່ຢູ່ຮ່ວມກັນໂດຍສັນຕິ, ມີຄວາມໝັ້ນຄົງໂດຍລວມ, ພັດທະນາຢ່າງສະໝ່ຳສະເໝີ. ພວກເຮົາຈະຊຸກຍູ້ການສ້າງເສດຖະກິດໂລກແບບປະຕູຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການຄ້າແລະການລົງທຶນໃຫ້ຫັນເປັນແບບເສລີ ແລະມີຄວາມສະ ດວກຫຼາຍຂຶ້ນ,  ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໂລກໃຫ້ຟື້ນຕົວຄືນໃໝ່. ພວກເຮົາຈະເດັດດ່ຽວປົກປ້ອງຜົນປະໂຫຍດແຫ່ງຊາດແລະກຽດສັກສີຂອງຊາດ, ເດັດດ່ຽວປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະຜົນປະ ໂຫຍດດ້ານການພັດທະນາຂອງປະເທດຊາດ. ພວກເຮົາຈະຕັ້ງໜ້າເຂົ້າຮ່ວມການປະຕິຮູບ ແລະການສ້າງລະບົບບໍລິຫານໂລກ, ເພື່ອຊຸກຍູ້ໃຫ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຫຼາຍກວ່າເກົ່າ ແລະມີການເຄື່ອນໄຫວຫຼາຍກວ່າເກົ່າ ເພື່ອພາລະກິດຄວາມໝັ້ນຄົງແລະການພັດທະນາຂອງໂລກ.”