ຈີນຈະຕ້ອນຮັບບຸນກຸດຈີນເປັນຄັ້ງທຳອິດ ຫຼັງປັບປຸງນະໂຍບາຍປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19

2023-01-04 18:13:25 cri

ທ້າຍປີ 22019, ການແພ່ລະບາດຂອງພະຍາດໂຄວິດບ-19 ໄດ້ເກີດຂຶ້ນຢ່ງກະທັນຫັນ, ບຸນກຸດຈີນໃນປີນັ້ນກໍບໍ່ໄດ້ຄຶກຄື້ນຄືເກົ່າ, ບຸນກຸດຈີນໃນສອງປີພາຍຫຼັງມາ ກໍໄດ້ຖືກເງົາມືດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ປົກຄຸມຢູ່ເຊັ່ນກັນ ແລະ ໄດ້ຈາງຫາຍໄປໃນຊີວິດປະຈຳວັນຂອງຄົນຈີນທັງຫຼາຍ. ຄຽງຄູ່ກັບຈີນໄດ້ປັບປຸງມາດຕະການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃນທ້າຍປີຜ່ານມາ, ປີນີ້, ຈີນຈະໄດ້ຕ້ອນຮັບບຸນປີໃໝ່ຈີນເປັນຄັ້ງທຳອິດ ພາຍຫຼັງເກີດການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຄຽງຄູ່ກັບບຸນປີໃໝ່ຈີນໃກ້ຈະໝູນວຽນມາເຖິງ, ບັນຍາກາດສະຫຼອງບຸນກຸດຈີນໃນທ້ອງຖິ່ນຕ່າງໆຂອງຈີນກໍນັບມື້ນັບຄຶກຄື້ນ.


ຄຽງຄູ່ກັບຈີນໄດ້ປະກາດມາດຕະການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ສະບັບໃໝ່, ທ້ອງຖິ່ນຕ່າງໆຂອງຈີນໄດ້ຍົກເລີກການຈຳກັດດ້ານການໂດຍສານ. ນັບແຕ່ເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ປະຊາຊົນຈີນໄດ້ຫຼິ້ນບຸນກຸດຈີນຢູ່ກັບທີ່ ໂດຍຕອບສະໜອງຕາມຄວາມຮຽກຮ້ອງຂອງລັດຖະບານ ແລະ ບໍ່ໄດ້ກັບຄືນບ້ານເພື່ອສະຫຼອງບຸນກຸດຈີນກັບຄອບຄົວ ຫຼື ຍາດຕິພີ່ນ້ອງມາເປັນເວລາ 3 ປີແລ້ວ. ບຸນກຸດຈີນປີນີ້, ຄົນທັງຫຼາຍລ້ວນແຕ່ຢາກໄປສະຫຼອງບຸນກຸດຈີນຢູ່ບ້ານເກີດເມືອງນອນຂອງຕົນ, ຈຳນວນຜູ້ໂດຍສານໃນໄລຍະບຸນກຸດຈີນປີນີ້ ອາດຈະມີຫຼາຍເທົ່າກັບໄລຍະບຸນກຸດຈີນປີ 2019. ສະນັ້ນ, ພາກສ່ວນທາງລົດໄຟຂອງຈີນ ໄດ້ຈັດຖ້ຽວລົດໄຟ 6.077 ຖ້ຽວ ກ່ອນຈະຮອດມື້ບຸນ ແລະ 6.107 ຖ້ຽວຫຼັງມື້ບຸນຫາກໍຜ່ານໄປ ເຊິ່ງຈະເປັນໄລຍະທີ່ມີຜູ້ໂດຍສານຫຼາຍທີ່ສຸດ ແລະ ຈະບັນຈຸຜູ້ໂດຍສານໄດ້ຫຼາຍກວ່າການຂົນສົ່ງໃນໄລຍະບຸນກຸດຈີນປີ 2019 ເຖິງ 11% ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ໃນການອອກເດີນທາງໃນໄລຍະບຸນກຸດຈີນປີນີ້.


ສຳລັບຂະແໜງການກິນດື່ມ, ບຸນກຸດຈີນປີນີ້ຈະເປັນໂອກາດທີ່ດີຄືກັນ. ຂ່າວລາຍງານໃຫ້ຮູ້ວ່າ, ຄຽງຄູ່ກັບຈີນໄດ້ປັບປຸງນະໂຍບບາຍປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ປະຊາຊົນນະຄອນຊຽງໄຮ້ ໄດ້ຈອງອາຫານຄ່ຳຂອງຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ກັບຮ້ານອາຫານດັ້ງເດີມທີ່ມີຊື່ສຽງຕ່າງໆຈົນໝົດແລ້ວ. ເຈົ້າໜ້າທີ່ຂອງຮ້ານອາຫານດັ້ງເດີມທີ່ມີຊື່ສຽງແຫ່ງໜຶ່ງຂອງນະຄອນຫຼວງປັກກິ່ງກ່າວວ່າ: ນັບມາຮອດປັດຈຸບັນ, ມີລູກຄ້າໄດ້ຈອງອາຫານຄ່ຳຂອງຄືນສົ່ງທ້າຍປີເກົ່າ 1.000 ກວ່າໂຕະແລ້ວ. ຄຽງຄູ່ກັບປະຊາຊົນຈີນທີ່ສາມາດໄປກິນເຂົ້າຢູ່ໃນຮ້ານອາຫານໄດ້ອີກ, ຊາວຈີນກໍນິຍົມພາກັນໄປກິນເຂົ້າໃນຮ້ານອາຫານນັບມື້ນັບຫຼາຍຂຶ້ນ. ນອກນີ້, ມີເຈົ້າຂອງຮ້ານອາຫານຫຼາຍທ່ານເຫັນວ່າ: ການສັ່ງຊື້ຄາບເຂົ້າກ່ອງໃນມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງບຸນກຸດຈີນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ເພີ່ມຂຶ້ນຫຼາຍກວ່າປີຜ່ານມາຢ່າງຫຼວງຫຼາຍ.


ຂະນະທີ່ການທ່ອງທ່ຽວກໍເປັນທາງເລືອກທີ່ນິຍົມກັນສຳລັບປະຊາຊົນຈີນໃນຍາມສະຫຼອງບຸນກຸດຈີນປີນີ້. ໃນໄລຍະພັກບຸນປີໃໝ່ສາກົນປີນີ້, ຊາວຈີນກໍເລີ່ມຈອງຫ້ອງພັກໂຮງແຮມຢູ່ນະຄອນຊານຢ້າ ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງຈີນ ເພື່ອຈະໄປທ່ຽວຫຼິ້ນໃນຍາມບຸນກຸດຈີນປີນີ້ ເຊິ່ງມີຫ້ອງພັກຫຼາຍກວ່າ 70% ໄດ້ຖືກຈອງໄວ້ແລ້ວ, ສ່ວນລາຄາຫ້ອງພັກ ແລະ ປີ້ຍົນກໍໄດ້ເພີ່ມຂຶ້ນເກືອບ 30%, ບໍລິສັດທ່ອງທ່ຽວຕ່າງໆ ກໍໄດ້ກະກຽມເພື່ອຕ້ອນຮັບບຸນກຸດຈີນປີ 2023. ມີນັກທ່ອງທ່ຽວບາງຄົນຕອນຍັງຫຼິ້ນບຸນປີໃໝ່ສາກົນຢູ່, ແຕ່ກໍໄດ້ສັ່ງຈອງຫ້ອງພັກສຳລັບຍາມບຸນກຸດຈີນໄວ້ແລ້ວ.


ນອກນີ້, ຍັງມີໂຄສະນາຮູບເງົາ 5 ເລື່ອງທີ່ຈະສາຍຢູ່ໃນໄລຍະບຸນກຸດຈີນປີນີ້. ປັດຈຸບັນ, ທ້ອງຖິ່ນຕ່າງໆຂອງງຈີນພວມກະກຽມສິນຄ້າປະເພດຕ່າງໆ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດຢ່າງພຽງພໍໃນໄລຍະບຸນກຸດຈີນປີນີ້.

ຄຽງຄູ່ກັບຈີນໄດ້ປັບປຸງມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19, ຂະແໜງອຸດສາຫະກຳຕ່າງໆຂອງຈີນກໍໄດ້ຟື້ນຟູສູ່ຄວາມເປັນປົກກະຕິ, ບຸນກຸດຈີນປີ 2023 ຍ່ອນຈະຟື້ນຟູສູ່ຄວາມຈະເລີນຮຸ່ງເຮືອງຄືເກົ່າ.