ເຈົ້າໜ້າທີ່ສະຫະພາບເອີຣົບກ່າວວ່າ: ປີ 2023 ການສະໜອງພະລັງງານຂອງສະຫະພາບເອີຣົບອາດຈະຂາດເຂີນຢ່າງໜັກໜ່ວງ

2023-01-05 16:00:36 cri

ວັນທີ 3 ມັງກອນນີ້, ທ່ານວານດິສ ດົມໂບຣວສກິສ ຮອງປະທານບໍລິຫານງານທີ່ຮັບຜິດຊອບວຽກງານເສດຖະກິດຂອງຄະນະກຳມາທິການສະຫະພາບເອີຣົບໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ປີ 2023, ການສະໜອງພະລັງງານຂອງສະຫະພາບເອີຣົບອາດຈະຂາດເຂີນຢ່າງໜັກໜ່ວງ.

ທ່ານກ່າວຕື່ມວ່າ: ເຖິງວ່າໄດ້ເຮັດວຽກຢ່າງໜັກໃນປີ 2022, ແຕ່ສິ່ງນີ້ຈະບໍ່ສາມາດຮັບປະກັນການສະໜອງພະລັງງານໃນປີ 2023 ໃຫ້ມີຄວາມພຽງພໍ, ຕ້ອງຊອກຫາການສະໜອງແກັສທຳມະຊາດເພີ່ມຕື່ມອີກ ແລະສ້າງສິ່ງກໍ່ສ້າງພື້ນຖານໂຄງລ່າງໃຫ້ຄົບຊຸດ, ຖ້າບໍ່ດັ່ງນັ້ນ, ລະດູໜາວປີໜ້າຈະມີຄວາມຫຍຸ້ງຍາກຫຼາຍກວ່າເກົ່າ, ເພາະວ່າການທີ່ເອີຣົບອາໄສແກັສທຳມະຊາດຂອງຣັດເຊຍຫຼາຍເກີນໄປ ກ່ອນໜ້ານີ້ ພວມເຮັດໃຫ້ເກີດບັນຫາເລື້ອຍໆຢູ່.