ທ່ານນາງເຜີງລີ້ຢວນ ກັບ ພັນລະຍາປະທານາທິບໍດີຟິລິບປິນຮ່ວມກັນໄປຢ້ຽມຊົມຫໍພິພິທະພັນແຫ່ງຊາດຈີນ

2023-01-05 11:32:02 cri


ຕອນບ່າຍວັນທີ 4 ມັງກອນນີ້, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ກັບ ທ່ານນາງລິຊາ ອາຣາເນຕາ ມາໂກສ ພັນລະຍາຂອງທ່ານເຟີດິນານ ໂຣມົວເດສ ມາໂກສ ປະທານາທິບໍດີຟິລິບປິນ ທີ່ພວມຢ້ຽມຢາມຈີນທາງລັດຖະກິດ ໄດ້ຮ່ວມກັນໄປຢ້ຽມຊົມຫໍພິພິທະພັນແຫ່ງຊາດຈີນ.

ສອງຝ່າຍໄດ້ຫວນຄືນເຖິງປະຫວັດສາດການໄປມາຫາສູ່ກັນລະຫວ່າງຜູ້ນຳຮຸ່ນອາວຸໂສຂອງສອງປະເທດ ແລະໄດ້ສະແດງຄວາມດີໃຈຕໍ່ການຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານນາງເຜີງລີ້ຢວນກ່າວວ່າ: “ຄວາມໂອບເອື້ອອາລີແລະມິດຕະພາບຕໍ່ປະເທດບ້ານໃກ້ເຮືອນຄຽງ, ເຮັດໃຫ້ປະເທດຕ່າງໆຢູ່ຮ່ວມກັນຢ່າງກົມກຽວ” ແມ່ນທ່າທີແລະວິທີປະຊາສຳພັນຂອງປະຊາຊາດຈີນ. ຈີນແລະຟິລິບປິນແມ່ນປະເທດບ້ານໃກ້ເຮືອນຄຽງຢູ່ຕາມສອງຝັ່ງທະເລ, ຟິລິບປິນແມ່ນປະເທດທີ່ສຳຄັນຢູ່ຕາມເສັ້ນທາງສາຍໄໝທາງທະເລ. ຄອງຄອຍປະຊາຊົນສອງຊາດເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍກ້າວຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ.

ທ່ານນາງລິຊາກ່າວວ່າ: ປະຊາຊົນສອງປະເທດຄວນສືບທອດຈິດໃຈຂອງເສັ້ນທາງສາຍໄໝ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນແລະມິດຕະພາບຢ່າງບໍ່ຢຸດຢັ້ງ.