ກະຊວງການຕ່າງປະເທດຈີນຊີ້ແຈງກ່ຽວກັບການມາດຕະການປ້ອງກັນແລະຄວບຄຸມພະຍາດສໍາຫຼັບຜູ້ທີ່ເດີນທາງເຂົ້າມາປະເທດຈີນພາຍຫຼັງປະຕິບັດການຄຸ້ມຄອງລະດັບ ຂ ສຳຫຼັບພະຍາດປະເພດ ຂ ຕໍ່ການຕິດເຊື້ອພະຍາດໂຄວິດ-19

2023-01-05 11:04:10 CRI

 

    ທ່ານນາງ ໝາວໜີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 4 ມັງກອນນີ້ວ່າ: ເລີ່ມແຕ່ວັນທີ 8 ມັງກອນນີ້ເປັນຕົ້ນໄປ, ຜູ້ທີ່ເດີນທາງເຂົ້າມາປະເທດຈີນຕ້ອງກວດຫາເຊື້ອພະຍາດໂຄວິດ-19 ກ່ອນອອກເດີນທາງ 48 ຊົ່ວໂມງ, ແລະຜູ້ທີ່ມີຜົນກວດເປັນລົບນັ້ນແມ່ນສາມາດເຂົ້າມາປະເທດຈີນໄດ້.


    ອີງຕາມແຈ້ງການຂອງຄະນະກໍາມະການອະນາໄມ ແລະສຸຂະພາບແຫ່ງຊາດຈີນໃຫ້ຮູ້ວ່າ, ໂດຍໄດ້ຮັບການອະນຸມັດຈາກຄະນະລັດຖະບານຈີນ, ເລີ່ມແຕ່ວັນທີ 8 ມັງກອນ 2023 ເປັນຕົ້ນໄປ, ຈີນຈະເລີ່ມປະຕິບັດການຄຸ້ມຄອງລະດັບ ຂ ສຳຫຼັບພະຍາດປະເພດ ຂ ຕໍ່ການຕິດເຊື້ອພະຍາດໂຄວິດ-19.


    ທ່ານນາງ ໝາວໜີງ ກ່າວຕື່ມວ່າ: ອີງຕາມຂໍ້ກໍານົດຂອງແຈ້ງການກ່ຽວກັບມາດຕະການຊົ່ວຄາວສໍາຫຼັບການໄປມາຫາສູ່ກັນລະຫວ່າງປະຊາຊົນພາຍໃນແລະຕ່າງປະເທດ, ຜູ້ທີ່ເດີນທາງເຂົ້າມາປະເທດຈີນຫຼັງຈາກວັນທີ 8 ມັງກອນນີ້ແມ່ນບໍ່ຕ້ອງຮ້ອງຂໍ QR-CODE ດ້ານສຸຂະພາບນໍາສະຖານທູດແລະສະຖານກົງສຸນຈີນປະຈໍາຕ່າງປະເທດ, ພຽງແຕ່ເອົາຜົນກວດຂຽນໃສ່ແບບຟອມແຈ້ງສຸຂະພາບຢູ່ຕາມດ່ານເຂົ້າເມືອງກໍໄດ້ແລ້ວ, ຖ້າຜົນກວດເປັນບວກ, ຜູ້ທີ່ກ່ຽວຂ້ອງຄວນຖ້າຜົນກວດເປັນລົບກ່ອນຈຶ່ງເຂົ້າມາຈີນ. ສໍາຫຼັບຜູ້ທີ່ເດີນທາງເຂົ້າມາປະເທດຈີນທີ່ມີການແຈ້ງສຸຂະພາບຢ່າງປົກກະຕິ ແລະໄດ້ກັກກັນພະຍາດຢູ່ຕາມດ່ານເປັນປົກກະຕິນັ້ນ, ແມ່ນອະນຸຍາດໃຫ້ເຂົ້າສັງຄົມໄດ້, ສ່ວນຜູ້ທີ່ມີການແຈ້ງສຸຂະພາບບໍ່ເປັນປົກກະຕິ ຫຼື ມີອາການເປັນໄຂ້ແລະມີອາການທີ່ກ່ຽວຂ້ອງນັ້ນ, ແມ່ນມອບໃຫ້ດ່ານທີ່ກ່ຽວຂ້ອງດໍາເນີນການກວດຫາເຊື້ອພະຍາດ, ໃນນັ້ນຜູ້ທີ່ມີຜົນກວດເປັນບວກ, ຖ້າວ່າເປັນຜູ້ຕິດເຊື້ອທີ່ບໍ່ມີອາການຫຼືມີອາການເບົາທີ່ບໍ່ມີພະຍາດປະຈໍາຕົວ, ແມ່ນສາມາດກັກບໍລິເວນຢູ່ເຮືອນ, ກັກບໍລິເວນຢູ່ສະຖານທີ່ກໍານົດ ຫຼື ເບິ່ງແຍງຕົນເອງໄດ້ດ້ວຍຕົນເອງ.