ວິກິດການດ້ານພະລັງງານເຮັດໃຫ້ອັດຕາເງິນເຟີ້ຂອງເອີຣົບເພີ່ມຂຶ້ນເຖິງຈຸດສູງສຸດໃນປະຫວັດສາດອີກຄັ້ງໃໝ່

2023-01-05 11:27:55 cri



ວັນທີ 4 ມັງກອນນີ້, ທ່ານປາສຄາ ໂດໂນໂຮ ປະທານກຸ່ມເງິນເອີໂຣ ໄດ້ລົງພິມບົດຄວາມໃນຄຳລຳສະເພາະຂອງວາລະສານ  The Economist ປະເທດອັງກິດໂດຍລະບຸວ່າ: ເອີຣົບພວມປະເຊີນກັບສິ່ງທ້າທາຍແລະຄວາມບໍ່ແນ່ນອນອັນມະຫາສານ, ວິກິດການດ້ານພະລັງງານໄດ້ເຮັດໃຫ້ອັດຕາເງິນເຟີ້ຂອງເອີຣົບເພີ່ມຂຶ້ນເຖິງຈຸດສູງສຸດໃນປະຫວັດສາດອີກຄັ້ງໃໝ່, ສິ່ງນີ້ໄດ້ກາຍເປັນການທົດສອບອັນໃຫຍ່ຫຼວງຕໍ່ເສດຖະກິດ. ໃນກຸ່ມເສດຖະກິດທີ່ພັດທະນາແລ້ວທັງໝົດເຊິ່ງລວມທັງອາເມຣິກາ,ສະຫະ ພາບເອີຣົບໄດ້ແບກຫາບຄ່າຕອບແທນຫຼາຍທີ່ສຸດຈາກການການປະທະກັນລະຫວ່າງຣັດເຊຍ-ອູແກຣນ,ເຊິ່ງພາໃຫ້ລາຄາພະລັງານຂອງເອີຣົບເພີ່ມສູງຂຶ້ນຢ່າງຫຼວງຫຼາຍ, ພ້ອມທັງເຮັດໃຫ້ເຂດໃຊ້ເງິນເອີໂຣປະເຊີນກັບໄພເງິນເຟີ້ສູງຂື້ນຢ່າງຍາວນານເປັນຄັ້ງທຳອິດໃນປະຫວັດສາດ, ປັດຈຸບັນ, ຕ້ອງໃຊ້ການເຄື່ອນໄຫວເພື່ອຫຼຸດຜ່ອນໄພເງິນເຟີ້.

     ທ່ານປາສຄາ ໂດໂນໂຮຍັງກ່າວເນັ້ນວ່າ: ຕ້ອງນຳໃຊ້ມາດຕະການເພື່ອ ເລັ່ງການຫັນປ່ຽນໂຄງປະກອບດ້ານພະລັງງານ ພ້ອມທັງຫຼຸດຜ່ອນການເພິ່ງ ອາໄສພະລັງງານຂອງຣັດເຊຍ, ສະຫະພາບເອີຣົບໄດ້ໃຊ້ການເຄື່ອນໄຫວແລ້ວ, ການປ່ຽນແປງເຫຼົ່ານີ້ແມ່ນມີຄວາມຈຳເປັນ ແຕ່ກໍເຫັນໄດ້ຢ່າງຊັດເຈນວ່າ ມັນຍັງບໍ່ພຽງພໍເທົ່າທີ່ຄວນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ