ອາເມຣິກາເປັນປະເທດທີ່ມີການແພ່ລະບາດຂອງພະຍາດໂຄວິດ-19 ສາຍພັນຕົ້ນຕໍ ພັດເຮັດແບບໂຈນຮ້ອງຈັບໂຈນ

2023-01-05 16:59:23 cri

ນັບແຕ່ວັນທີ 5 ມັງກອນນີ້ເປັນຕົ້ນໄປ, ອາເມຣິກາຈະປະຕິບັດມາດຕະການຈຳກັດການເຂົ້າເມືອງຕໍ່ຜູ້ໂດຍສານຈາກຈີນ ດ້ວຍເຫດຜົນທີ່ວ່າ: ການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດຈີນ “ອາດຈະເຮັດໃຫ້ເກີດມີເຊື້ອພະຍາດກາຍພັນຊະນິດໃໝ່ ແລະ ມີຄວາມສ່ຽງຈະເຮັດໃຫ້ເກີດມີການແພ່ລະບາດຂອງພະຍາດ”. ແຕ່ວ່າ, ເມື່ອງສັງເກດຈາກສະພາບຕົວຈິງໃນການວິໄຈຕົວພະຍາດແລ້ວເຫັນວ່າ: ເຊື້ອພະຍາດໂຄວິດ-19 ສາຍພັນຍ່ອຍ BA.5 ແມ່ນຕົວພະຍາດຕົ້ນຕໍທີ່ແພ່ລະບາດຢູ່ອາເມຣິກາໃນຫຼາຍເດືອນກ່ອນມາແລ້ວ, ສ່ວນສາຍພັນ XBB.1.5 ທີ່ຖືກກວດພົບຢູ່ນະຄອນຊຽງໄຮ້ ແລະ ນະຄອນຫັງໂຈ່ວຂອງຈີນກໍແມ່ນຕົວພະຍາດຕົ້ນຕໍທີ່ແພ່ລະບາດຢູ່ອາເມຣິກາໃນປັດຈຸບັນ. ສາມາດເວົ້າໄດ້ວ່າ, ຈີນແມ່ນຜູ້ຖືກເຄາະຮ້າຍໃນການແພ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວໂລກ, ແຕ່ອາເມຣິກາພັດເຮັດແບບບໍ່ເອົາຫົວຊາຕໍ່ສະພາບຄວາມເປັນຈິງ ແລະ ຝືນກັບຫຼັກວິທະຍາສາດ, ນີ້ເປັນພຽງເລ່ຫຼ່ຽມການເມືອງແບບໂຈນຮ້ອງຈັບໂຈນຂອງອາເມຣິກາເທົ່ານັ້ນ.


ຕາມການຕິດຕາມຂອງຄັງສາງຂໍ້ມູນໄຂ້ຫວັດໃຫຍ່ທົ່ວໂລກໄດ້ສະແດງໃຫ້ເຫັນວ່າ: ປັດຈຸບັນ, ຢ່ງໜ້ອຍມີ 74 ປະເທດ ແລະ ເຂດແຄວ້ນໄດ້ກວດພົບສາຍພັນ XBB.1.5, ໃນນັ້ນ, ອາເມຣິກາມີ 43 ລັດໄດ້ກວດພົບເຊື້ອພະຍາດສາຍພັນດັ່ງກ່າວ. ມີຜູ້ຊ່ຽວຊານອາເມຣິກາຫຼາຍຄົນເຫັນວ່າ: ຕົວຢ່າງທຳອິດຂອງເຊື້ອພະຍາດສາຍພັນ XBB.1.5 ຖືກກວດພົບຢູ່ນະຄອນນິວຢອກ ແລະ ລັດຄອນເນກຕີຄັດຂອງອາເມຣິກາໃນທ້າຍເດືອນຕຸລາປີ 2022.


ໃນຂະນະທີ່ XBB.1.5 ຖືກກວດພົບຢູ່ອາເມຣິກາ, ຈີນຍັງປະຕິບັດນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດຢ່າງເຄັ່ງຄັດຢູ່. ວັນທີ 11 ພະຈິກປີ 2022, ຈີນໄດ້ປະກາດໃຊ້ມາດຕະການ 20 ຂໍ້ໃນການປັບປຸງການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ດີຂຶ້ນ ແລະ ວັນທີ 7 ທັນວາປີ 2022, ຈີນເລີ່ມປະຕິບັດມາດຕະການໃໝ່ 10 ຂໍ້. ບໍ່ວ່າເຊື້ອພະຍາດສາຍພັນ BA.5 ທີ່ແພ່ລະບາດຢູ່ຈີນໃນປັດຈຸບັນ ຫຼື XBB.1.5 ທີ່ຫາກໍ່ຖືກກວດພົບເມື່ອບໍ່ດົນມານີ້, ຈຸດເວລາຂອງການເລີ່ມແພ່ລະບາດຢູ່ຈີນລ້ວນແຕ່ຊ້າກວ່າຈຸດເວລາຂອງການເລີ່ມແພ່ລະບາດຢູ່ອາເມຣິກາ ແລະ ຫຼາຍປະເທດອື່ນໆ. ສາຍພັນທີ່ແພ່ລະບາດຢູ່ປະເທດຈີນໃນປັດຈຸບັນ ລ້ວນແຕ່ໄດ້ແພ່ລະບາດຢູ່ໃນຂອບເຂດທົ່ວໂລກມາກ່ອນແລ້ວ.

ຄຽງຄູ່ກັບພະຍາດໂຄວິດ-19 ໄດ້ແພ່ລະບາດໃນຂອບເຂດທົ່ວໂລກ, ສາຍພັນໃໝ່ຂອງເຊື້ອພະຍາດໄດ້ເກີດຂຶ້ນເລື້ອຍໆ ແລະ ຈະເກີດຂຶ້ນໄດ້ຢູ່ທຸກແຫ່ງຫົນ. ສະນັ້ນ, ອາເມຣິກາປະຕິບັດມາດຕະການຈຳກັດການເຂົ້າເມືອງຕໍ່ຜູ້ໂດຍສານຈາກຈີນ ແມ່ນຂາດຫຼັກອ້າງອີງທາງວິທະຍາສາດ ແລະ ແຮ່ງບໍ່ມີຄວາມຈຳເປັນ.


ປັດຈຸບັນ, ຈີນພວມພະຍາຍາມປະສານສົມທົບຢ່າງມີແຜນການລະຫວ່າງການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດ ກັບ ການພັດທະນາເສດຖະກິດສັງຄົມ. ສະພາບການແພ່ລະບາດຂອງພະຍາດຢູ່ຈີນກຳລັງຄ່ອຍໆຜ່ອນຄາຍລົງ, ເສດຖະກິດຈີນພວມຟື້ນຕົວຄືນໃໝ່. ນັບແຕ່ວັນທີ 8 ມັງກອນນີ້ເປັນຕົ້ນໄປ, ຈີນຈະຢຸດປະຕິບັດມາດຕະການກັກກັນພະຍາດຕິດແປດ ຕໍ່ບຸກຄົນ ແລະ ສິນຄ້າເຂົ້າເມືອງ, ຫຼາຍປະເທດໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງນີ້.


ຕະຫຼອດໄລຍະ 3 ປີຜ່ານມາ, ຈີນໄດ້ຍຶດໝັ້ນປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຊີວິດຢູ່ເໜືອທຸກສິ່ງທຸກຢ່າງ, ໄດ້ປັບປຸງນະໂຍບາຍປ້ອງກັນການແພ່ລະບາດຂອງພະຍາດໃຫ້ດີຂຶ້ນຫຼາຍເທື່ອໂດຍອີງຕາມສະພາບຕົວຈິງ, ການແພ່ລະບາດຂອງພະຍາດໂຄວິດ-19 ແລະ ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດດັ່ງກ່າວໄດ້ຮັກສາຢູ່ໃນລະດັບຕ່ຳສຸດໃນຂອບເຂດທົ່ວໂລກ ເຊິ່ງໄດ້ປະກອບສ່ວນອັນສຳຄັນຕໍ່ການຕ້ານການແພ່ລະບາດຂອງພະຍາດ ແລະ ຊຸກຍູ້ໃຫ້ເສດຖະກິດໂລກຟື້ນຕົວຄືນໃໝ່. ໂດຍແນໃສ່ການປ່ຽນແປງໃໝ່ຂອງການແພ່ລະບາດຂອງພະຍາດ ແລະ ສະພາບການໃໝ່ໃນການຕ້ານກັບການແພ່ລະບາດຂອງພະຍາດ, ຈີນໄດ້ແບ່ງປັນຕົວເລກຂໍ້ມູນດ້ານພັນທຸກຳຂອງເຊື້ອພະຍາດໃນກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ ໂດຍຜ່ານຄັງສາງຂໍ້ມູນໄຂ້ຫວັດໃຫຍ່ທົ່ວໂລກ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມເປີດເຜີຍ ແລະ ຄວາມໂປ່ງໃສ່ ທີ່ຈີນໄດ້ຍຶດໝັ້ນມາໂດຍຕະຫຼອດ.


ກົງກັນຂ້າມ, ອາເມຣິກາໄດ້ຍຶດໝັ້ນຫັນວຽກງານປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດເປັນບັນຫາການເມືອງ ແລະ ຖິ້ມໂທດໃສ່ປະເທດອື່ນມາໂດຍຕະຫຼອດ. ນີ້ບໍ່ພຽງແຕ່ເຮັດໃຫ້ອາເມຣິກາກາຍເປັນ “ປະເທດທີ່ປະສົບຄວາມຫຼົ້ມເຫຼວທີ່ສຸດໃນການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃນໂລກ” ເທົ່ານັ້ນ, ຍັງສົ່ງຜົນເຮັດໃຫ້ພະຍາດໂຄວິດ-19 ແພ່ລະບາດໃນຂອບເຂດທົ່ວໂລກ ແລະ ໄດ້ກົດໜ່ວງຂະບວນການຕ້ານການແພ່ລະບາດຂອງພະຍາດໃນໂລກອີກດ້ວຍ.