ປະທານປະເທດຈີນພົບປະເຈລະຈາກັບປະທານາທິບໍດີຟີລິບປິນ

2023-01-05 11:03:11 cri

   

 

ຕອນບ່າຍວັນທີ 4 ມັງກອນນີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງ ປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານເຟີດິນານ ໂຣມົວເດສ ມາໂກສ ປະທານາທິບໍດີຟິລິບປິນ ທີ່ເດີນທາງມາຢ້ຽມຢາມຈີນທາງ ລັດຖະກິດ.



ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ສະແດງຄວາມຍິນດີຕ້ອນຮັບທ່ານມາໂກສ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດເປັນຄັ້ງທຳອິດຫຼັງຈາກທ່ານຂຶ້ນດຳລົງຕຳ ແໜ່ງເປັນປະທານາທິບໍດີຟີລິບປິນ, ທ່ານສີຈິ້້ນຜິງກ່າວເນັ້ນໜັກວ່າ: ເຖິງວ່າຈີນ ແລະຟີລິບປິນມີສະພາບແຫ່ງຊາດ ແລະລະບອບທີ່ແຕກຕ່າງກັນກໍຕາມ, ແຕ່ວ່າ ສອງປະເທດມີເປົ້າໝາຍທີ່ຄ້າຍຄືກັນ ແລະຊ່ອງທາງທີ່ຄືກັນຢູ່ບົນເສັ້ນທາງແຫ່ງ ການສະແຫວງຫາການພັດທະນາ, ສະນັ້ນ ຈິ່ງມີທ່າແຮງບົ່ມຊ້ອນອັນມະຫາສານ ໃນດ້ານການຮ່ວມມືກັນ. ສອງຝ່າຍຄວນເພີ່ມທະວີການແລກປ່ຽນ ແລະຖອດຖອນ ບົດຮຽນເຊິ່ງກັນແລະກັນລະຫວ່າງພາກສ່ວນລັດຖະບານ, ອົງການນິຕິບັນຍັດ ແລະ ພັກການເມືອງ, ລົງເລິກການເຊື່ອມຕໍ່ກັນທາງດ້ານຍຸດທະສາດການພັດທະນາ, ເຊື່ອມໂຍງເຂົ້າກັນ ແລະຊ່ວຍຊູຍູ້ໜູນກັນໃນຂະບວນການບັນລຸຄວາມທັນສະໄໝ ຂອງປະເທດຕົນ, ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາ ແລະຄວາມ ຈະເລີນຮຸ່ງເຮືອງຂອງສອງປະເທດໃຫ້ດີກວ່າເກົ່າ. ສອງຝ່າຍໄດ້ກຳນົດ4ຂົງເຂດ ຈຸດສຸມແຫ່ງການຮ່ວມມືຄື: ກະສິກຳ, ການກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານ ແລະວັດທະນະທຳ, ຄວນອອກແຮງບົ່ມເພາະຈຸດເຕີບໂຕ ແລະສ້າງຈຸດເດັ່ນໃໝ່. ຝ່າຍຈີນຍິນດີຮ່ວມກັບຝ່າຍຟີລິບປິນສືບຕໍ່ແກ້ໄຂບັນຫາທາງທະເລໃຫ້ເໝາະສົມດ້ວຍວິທີການເປິກສາຫາລືກັນບົນຈິດໃຈມິດຕະ ພາບ,ຈັດການເຈລະຈາພັດທະນານ້ຳມັນ ເຊື້ອໄຟແລະແກັສທຳມະຊາດຄືນໃໝ່,ຊຸກຍູ້ການຮ່ວມມືເພື່ອພັດທະນານ້ຳມັນເຊື້ອໄຟແລະແກັສທຳມະຊາດຢູ່ເຂດທະເລທີ່ບໍ່ມີຂໍ້ຂັດແຍ້ງກັນ, ດຳເນີນການຮ່ວມມືດ້ານພະ ລັງງານສີຂຽວເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ, ລົດໃຊ້ພະລັງງານໃໝ່ ແລະອື່ນໆ.



ທ່ານສີຈິ້ນຜິງກ່າວເນັ້ນໜັກຕື່ມວ່າ: ຝ່າຍຈີນຍິນດີຮ່ວມກັນກັບຝ່າຍຟີລິບປິນ ພ້ອມດ້ວຍປະເທດອື່ນໆໃນອາຊຽນເພື່ອສຸມໃສ່ການຮ່ວມມືແລະການພັດທະນາ, ປົກ ປັກຮັກສາຖານະໃຈກາງຂອງອາຊຽນໃນການຮ່ວມມືພາກພື້ນໃຫ້ດີ,ຊຸກຍູ້ໃຫ້ພາກພື້ນແຫ່ງນີ້ພົ້ນຈາກເງົາມືດແຫ່ງສົງຄາມເຢັນ, ເພື່ອຫຼີກເວັ້ນການເປັນປໍລະປັກກັນລະ ຫວ່າງຝ່າຍ, ສືບຕໍ່ເປັນເຂດຍຸດທະສາດແຫ່ງການພັດທະນາແລະຄວາມຈະເລີນຮຸ່ງເຮືອງ.



 ທ່ານມາໂກສກ່າວຢືນຢັນວ່າ: ຄອງຄອຍຈະຮັກສາການແລກປ່ຽນຄວາມ ຄິດເຫັນຢ່າງໃກ້ຊິດກັບທ່ານປະທານສີຈິ້ນຜິງ, ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ເປີດປະຫວັດສາດໜ້າໃໝ່ແຫ່ງການພົວພັນຮ່ວມມືຍຸດທະສາດຮອບດ້ານຟີລິບປິນ-ຈີນ, ຮ່ວມມືກັນເພື່ອແກ້ໄຂສິ່ງທ້າທາຍແລະບັນຫາທີ່ສອງປະເທດພວມປະເຊີນຮ່ວມ ກັນໃຫ້ດີກວ່າເກົ່າ, ສ້າງຜົນປະໂຫຍດໃຫ້ກັບປະຊາຊົນສອງຊາດໃຫ້ດີກວ່າເກົ່າ, ພ້ອມທັງປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ພາກພື້ນແຫ່ງນີ້ໃຫ້ກາຍເປັນກຳລັງ ແຮງສຳຄັນໃນການຂັບເຄື່ອນເສດຖະກິດໂລກຄືນໃໝ່.

ໃນໄລຍະທີ່ທ່ານມາໂກສຢ້ຽມຢາມປະເທດຈີນທາງລັດຖະກິດ, ສອງຝ່າຍຍັງ ໄດ້ອອກຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນກັບສາທາລະນະລັດ ຟີລິບປິນຕື່ມອີກ.