ເສັ້ນທາງລົດໄຟຈີນ-ລາວຂົນສົ່ງຜູ້ໂດຍສານຫຼາຍກວ່າ 9 ລ້ານເທື່ອຄົນ

2023-01-05 17:04:56 CRI


ນັບແຕ່ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ເປັນເວລາ 1 ປີກວ່າຜ່ານມາ, ໄດ້ອຳນວຍຄວາມສະດວກຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນ, ແລະໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ໂດຍສານຢ່າງຫຼວງຫຼາຍ. ຄຽງຄູ່ກັບການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19ເຂົ້າສູ່ໄລຍະໃໝ່, ຄວາມຕ້ອງການດ້ານການທ່ອງທ່ຽວ ແລະ ຢ້ຽມຢາມຍາດພີ່ນ້ອງໄດ້ນັບມື້ນັບເພີ່ມຂຶ້ນ, ຜູ້ໂດຍສານຕາມເສັ້ນທາງລົດໄຟຈີນ-ລາວກໍເພີ່ມຂຶ້ນເທື່ອລະກ້າວ. ນັບມາຮອດວັນທີ 5 ມັງກອນ 2023 ນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 9 ລ້ານເທື່ອຄົນ, ໃນນັ້ນ ຢູ່ຕອນປະເທດຈີນມີເຖິງ 7,54 ລ້ານເທື່ອຄົນ, ຢູ່ຕອນປະເທດລາວມີ 1,46 ລ້ານເທື່ອຄົນ.