ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການ ສປຊ ຮຽກຮ້ອງໃຫ້ສະກັດກັ້ນບໍ່ໃຫ້ສະຖານະການລະຫວ່າງປາແລັສຕິນ-ອິດສະລະແອນ ຍົກລະດັບສູງຂຶ້ນຕື່ມອີກ

2023-01-06 16:16:51 cri

ວັນທີ 5 ມັງກອນນີ້, ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການ ສປຊ ໄດ້ປະກອບຄຳເຫັນໃນກອງປະຊຸມເປີດເຜີຍແບບສຸກເສີນກ່ຽວກັບບັນຫາປາແລັສຕິນຕາເວັນອອກກາງຂອງສະພາຄວາມໝັ້ນຄົງ, ຮຽກຮ້ອງໃຫ້ສະກັດກັ້ນບໍ່ໃຫ້ສະຖານະການລະຫວ່າງປາແລັສຕິນ-ອິດສະລະແອນ ຍົກລະດັບສູງຂຶ້ນຕື່ມອີກ.

ທ່ານຈ່າງຈວິ່ນກ່າວວ່າ: ກ່ອນໜ້ານີ້, ເຈົ້າໜ້າທີ່ລັດຖະບານອິດສະລະແອນ ໄດ້ເຂົ້າໃນເດີ່ນສຸເຫຼົ່າອິສລາມອັກຊາ ເຊິ່ງໄດ້ເຮັດໃຫ້ສະຖານະການທາງພາກພື້ນດິນເຄັ່ງຕຶງຂຶ້ນ,  ຈີນມີຄວາມເປັນຫ່ວງຕໍ່ກັບເລື່ອງນີ້. ໃນຊຸມປີມໍ່ໆມານີ້, ການເຄື່ອນໄຫວແຕ່ພຽງຝ່າຍດຽວຢູ່ແດນສັກສິດທາງສາສະໜາເຢລູສະເລັມຕາເວັນອອກເຮັດໃຫ້ຄວາມຂັດແຍ້ງແລະການເປັນປໍລະປັກກັນໜັກໜ່ວງຂຶ້ນຕື່ມອີກ ເຊິ່ງໄດ້ເກີດການປະທະກັນແບບນອງເລືອດຫຼາຍຄັ້ງ. ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງຄວາມອ່ອນໄຫວຂອງລັກສະນະແລະຖານະຂອງດິນແດນສັກສິດທາງສາສະໜາຢ່າງເຕັມສ່ວນ. ປັດຈຸບັນ, ຍ້ອນການກະທຳຂອງເຈົ້າໜ້າທີ່ອິດສະລະແອນ, ສະຖານະການຢູ່ພາກພື້ນດິນມີຄວາມອ່ອນໄຫວແລະຂ້ຽວຂາດ. ຈີນຮຽກຮ້ອງໃຫ້ຟື້ນຟູ ແລະປົກປັກຮັກສາຄວາມສະຫງົບສຸກຢູ່ແດນສັກສິດທາງສາສະໜາ, ຮຽກຮ້ອງໃຫ້ຝ່າຍຕ່າງໆຮັກສາຄວາມໃຈເຢັນແລະຄວາມອົດກັ້ນ, ສະກັດກັ້ນບໍ່ໃຫ້ສະຖານະການທີ່ເຄັ່ງຕຶງຍົກລະດັບສູງຂຶ້ນຕື່ມອີກ, ໂດຍສະເພາະອິດສະລະແອນ ຄວນຍຸດຕິການປຸກປັ່ນແລະການທ້າທາຍເກາະຜິດທຸກຢ່າງ, ຫຼີກເວັ້ນການເຄື່ອນໄຫວແຕ່ພຽງຝ່າຍດຽວທຸກຢ່າງທີ່ອາດຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມອີກ.