ຈີນໄດ້ແບ່ງປັນຂໍ້ມູນຂ່າວສານກັບປະຊາຄົມໂລກຢ່າງເປີດເຜີຍແລະໂປ່ງໃສມາໂດຍຕະຫຼອດ

2023-01-06 13:03:33 CRI

 

    ທ່ານນາງ ໝາວໜີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 5 ມັງກອນນີ້ວ່າ: ນັບແຕ່ເກີດການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ແບ່ງປັນຂໍ້ມູນຂ່າວສານກັບປະຊາຄົມໂລກຢ່າງເປີດເຜີຍແລະໂປ່ງໃສມາໂດຍຕະຫຼອດ, ໄດ້ແບ່ງປັນຂໍ້ມູນຂ່າວສານທາງພັນທຸກໍາຂອງເຊື້ອພະຍາດໂດຍທັນທີ, ສິ່ງນີ້ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຄົ້ນຄວ້າແລະຜະລິດວັກຊີນແລະຢາທີ່ກ່ຽວຂ້ອງໃຫ້ກັບປະເທດຕ່າງໆ.


    ທ່ານນາງ ໝາວໜີງ ໃຫ້ຮູ້ຕື່ມໃນເວລາຕອບຄໍາຖາມຂອງນັກຂ່າວວ່າ: ຈີນໄດ້ຮັກສາການຮ່ວມມືຢ່າງໃກ້ຊິດກັບອົງການອະນາໄມໂລກມາໂດຍຕະຫຼອດ, ໂດຍໄດ້ຮັກສາຊ່ອງທາງການເປິກສາຫາລືແລະການແລກປ່ຽນຢ່າງໃກ້ຊິດແລະລຸລ່ວງກັບສໍານັກງານໃຫຍ່ຂອງອົງການອະນາໄມໂລກ, ອົງການອະນາໄມໂລກປະຈໍາເຂດປາຊິຟິກຕາເວັນຕົກ ແລະອົງການອະນາໄມໂລກປະຈໍາຈີນ. ອີງຕາມສະຖິຕິທີ່ບໍ່ຄົບຖ້ວນ, ນັບແຕ່ມີລາຍງານເກີດການແພ່ລະບາດຂອງພະຍາດໂຄວິດ-19ເປັນຕົ້ນມາ, ສອງຝ່າຍໄດ້ດໍາເນີນການແລກປ່ຽນທາງດ້ານເຕັກນິກກັບອົງການອະນາໄມໂລກໃນດ້ານການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ການປິ່ນປົວ, ການຄົ້ນຄວ້າແລະຜະລິດວັກຊີນ, ການຊອກຫາແຫຼ່ງກໍາເນີດຂອງເຊື້ອພະຍາດໂຄວິດ-19 ແລະຫົວຂໍ້ອື່ນໆຢ່າງໜ້ອຍ 60 ກວ່າຄັ້ງ.


    ທ່ານນາງ ໝາວໜີງ ຊີ້ໃຫ້ເຫັນວ່າ: ອົງການອະນາໂມໂລກເຄີຍແຈ້ງໃຫ້ຝ່າຍຈີນຮູ້ຫຼາຍຄັ້ງແລ້ວວ່າ, ກອງປະຊຸມແລກປ່ຽນທາງດ້ານເຕັກນິກທີ່ຈັດໂດຍຈີນແລະອົງການອະນາໄມໂລກນັ້ນແມ່ນໄດ້ຈັດຂຶ້ນດີທີ່ສຸດ, ໂດຍໄດ້ຮັບໝາກຜົນຢ່າງຕັ້ງໜ້າ. ຂໍ້ມູນຂ່າວສານກ່ຽວຂ້ອງທີ່ຈີນສະໜອງໃຫ້ນັ້ນໄດ້ເປັນຜົນດີໃຫ້ແກ່ນັກວິທະຍາຍສາດຂອງປະເທດຕ່າງໆໃນການຮັບຮູ້ສະພາບການຜັນແປຂອງເຊື້ອພະຍາດຢູ່ຈີນ, ໂດຍໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ວົງການວິທະຍາສາດສາກົນທີ່ມີຕໍ່ການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19ຂອງຈີນ.