ກອງປະຊຸມສົນທະນາໂຕະມົນເອີຣົບ-ອາຊີຈັດຂຶ້ນຢູ່ປັກກິ່ງ

2023-01-06 16:32:16 cri


ວັນທີ 5 ມັງກອນນີ້, ກອງປະຊຸມສົນທະນາໂຕະມົນເອີຣົບ-ອາຊີ ພາຍໃຕ້ຫົວຂໍ້: “ການພັດທະນາໃໝ່ຂອງຈີນ ໂອກາດໃໝ່ຂອງໂລກ” ທີ່ຈັດໂດຍສະຖານີໂທລະພາບສາກົນຈີນ ຫຼື CGTN ຂຶ້ນກັບວິທະຍຸໂທລະພາບສູນກາງຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ນັກລະບາດວິທະຍາ, ຜູ້ຊ່ຽວຊານບັນຫາສາກົນ ແລະນັກເສດຖະສາດທີ່ມາຈາກຈີນ, ຣັດເຊຍ ແລະກາຊັກສະຖານ ໄດ້ຕີລາຄາສູງຕໍ່ຈີນທີ່ໄດ້ປັບປຸງມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19, ໂດຍຜ່ານ ການຍົກຕົວຢ່າງແລະຕົວເລກທີ່ລະອຽດ, ຕອບໂຕ້ການໃສ່ຮ້າຍປ້າຍສີແລະຄວາມສົງໄສຕໍ່ຈີນຂອງສື່ມວນຊົນຕາເວັນຕົກສ່ວນໜ້ອຍໃນໄລຍະມໍ່ໆມານີ້, ຕອບສະ ໜອງຄວາມເອົາໃຈໃສ່ທົ່ວໄປຂອງປະຊາຄົມໂລກ.

 ໃນການເປິກສາຫາລືຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມມີຄວາມຄອງຄອຍຢ່າງເຕັມສ່ວນຕໍ່ຈີນທີ່ຈະເສີມຂະຫຍາຍບົດບາດອັນສຳຄັນໃນການບໍລິຫານໂລກ, ການຕ່າງປະເທດລະຫວ່າງປະເທດໃຫຍ່, ການຟື້ນຟູເສດຖະກິດຂອງໂລກ ແລະອື່ນໆ.