ອັດຕາວ່າງງານຂອງຟີລິບປິນຫຼຸດລົງຮອດ 4,2% ເປັນລະດັບຕ່ຳສຸດໃນຮອບ 17 ປີຜ່ານມາ

2023-01-06 15:30:57 cri


 ວັນທີ 6 ມັງກອນນີ້, ອົງການສະຖິຕິແຫ່ງຊາດຟີລິບປິນໄດ້ເປີດເຜີຍ ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ອັດຕາວ່າງງານໃນເດືອນພະຈິກປີ 2022 ຜ່ານມາຂອງຟີລິບປິນຢູ່ໃນລະດັບ 4,2%, ຈຳນວນຜູ້ວ່າງງານແມ່ນ 2.180.000 ຄົນ, ຖືເປັນລະດັບຕ່ຳສຸດນັບແຕ່ເດືອນ ເມສາປີ 2005 ເປັນຕົ້ນມາ. ສ່ວນອັດຕາວ່າງງານໃນໄລຍະດຽວກັນຂອງປີ 2021 ແມ່ນຢູ່ໃນລະດັບ 6,5%, ຈຳນວນຜູ້ວ່າງງານມີເຖິງ 3.160.000 ຄົນ.

ຖ້າເບິ່ງໃນດ້ານການປະກອບອາຊີບ, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ເດືອນພະຈິກປີ 2022,  ຟີລິບປິນມີຜູ້ປະກອບອາຊີບເພີ່ມຂຶ້ນ 4.200.000 ຄົນ, ອັດຕາການປະກອບອາຊີບໄດ້ເພີ່ມຂຶ້ນເຖິງ 95,8%, ຍອດຈຳນວນຜູ້ປະກອບ ອາຊີບບັນລຸເຖິງ 49.700.000 ຄົນ.

ຜູ້ຮັບຜິດຊອບອົງການພັດທະນາເສດຖະກິດແຫ່ງຊາດຟີລິບປິນເປີດເຜີຍໃຫ້ຮູ້ວ່າ: ຕະຫຼາດແຮງງານທີ່ພັດທະນາຢ່າງແຂງແຮງເປັນຂີດຫມາຍສະແດງໃຫ້ ເຫັນວ່າ: ເສດຖະກິດຟີລິບປິນໄດ້ຟື້ນຟູຄືນຢ່າງຫນັກແໜ້ນ. ຟີລິບປິນກຳລັງລົງມື ລົງເລິກການຫັນປ່ຽນດ້ານເສດຖະກິດແລະສັງຄົມ, ສ້າງສະພາບແວດລ້ອມທີ່ ເອື້ອອຳນວຍເພື່ອດຶງດູດການລົງທຶນ ແລະສ້າງໂອກາດການປະກອບອາຊີບທີ່ມີ ຄຸນນະພາບສູງໃຫ້ຫຼາຍກວ່າເກົ່າ, ພ້ອມທັງຍົກສູງຄວາມສາມາດດ້ານການປະ ກອບອາຊີບຂອງຊາວຟີລິບປິນ.