ທ່ານມາໂກສຢ້ຽມຢາມຈີນຈະນຳເອົາຜົນດີອັນໃຫຍ່ຫຼວງມາສູ່ການຂະຫຍາຍສາຍພົວພັນຈີນ-ຟີລິບປິນໃນຍຸກໃໝ່

2023-01-06 11:42:38 cri



   ທ່ານເຟີດີນານ ໂຣມົວເດສ ມາໂກສ ປະທານາທິບໍດີຟິລິບປິນຫາກໍສຳເລັດ ການຢ້ຽມຢາມປະເທດຈີນທາງລັດຖະກິດ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນ ເມື່ອວັນທີ 5 ມັງກອນນີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວໂດຍກ່າວຢືນຢັນວ່າ: ການຢ້ຽມ ຢາມເທື່ອນີ້ຂອງທ່ານປະທານາທິບໍດີມາໂກສ ເປັນການເລີ່ມຕົ້ນທີ່ດີແຫ່ງການ ຂະຫຍາຍສາຍພົວພັນຈີນ-ຟີລິບປິນໃນປີ2023ນີ້, ເຊິ່ງຈະນຳເອົາຜົນດີອັນໃຫຍ່ ຫຼວງມາສູ່ການຂະຫຍາຍສາຍພົວພັນຈີນ-ຟີລິບປິນໃນຍຸກໃໝ່.

   ທ່ານນາງ ເໝົາໜິງ ກ່າວຕື່ມວ່າ: ການຢ້ຽມຢາມຂອງທ່ານມາໂກສເທື່ອນີ້ ເປັນການຢ້ຽມຢາມຈີນຄັ້ງທຳອິດຫຼັງຈາກທ່ານຂຶ້ນດຳລົງຕຳແໜ່ງປະທານາທິບໍ ດີຟີລິບປິນ, ຈີນເປັນປະເທດນອກອາຊຽນປະເທດທຳອິດທີ່ທ່ານມາຢ້ຽມຢາມຢ່າງ ເປັນທາງການ, ພ້ອມດຽວກັນນັ້ນ, ທ່ານມາໂກສກໍເປັນຜູ້ນຳຕ່າງປະເທດຜູ້ທຳອິດ ທີ່ຈີນໄດ້ຕ້ອນຮັບໃນຕົ້ນປີ2023ນີ້. ຈາກສິ່ງນີ້ຈະເຫັນໄດ້ວ່າ: ສອງຝ່າຍ ຈີນ-ຟີລິບປິນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຢ້ຽມຢາມເທື່ອນີ້. ສອງຝ່າຍ ເປັນເອກະພາບກັນວ່າ: ຈະສືບທອດມິດຕະພາບອັນເປັນມູນເຊື້ອ, ຍົກລະດັບ ການພົວພັນມິດຕະພາບໃຫ້ສູງຂຶ້ນ, ເປີດກວ້າງການຮ່ວມມືຕົວຈິງ, ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານຍຸດທະສາດ.

  ທ່ານນາງ ເໝົາໜິງ ກ່າວຢືນຢັນຕື່ມວ່າ:  “ສາມາດເວົ້າໄດ້ວ່າ, ທ່ານປະທາ ນາທິບໍດີມາໂກສຢ້ຽມຢາມຈີນເທື່ອນີ້ຈະນຳເອົາຜົນດີອັນໃຫຍ່ຫຼວງມາສູ່ການຂະ ຫຍາຍສາຍພົວພັນຈີນ-ຟີລິບປິນໃນຍຸກໃໝ່.ຝ່າຍຈີນຍິນດີຮ່ວມກັບຝ່າຍຟີລິບປິນ, ຖືເອົາຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງປະມຸກລັດສອງປະເທດເປັນທິດ ຊີ້ນຳພື້ນຖານ, ສືບຕໍ່ຂຽນປະຫວັດສາດໜ້າໃໝ່ຂອງມິດຕະພາບສອງປະເທດ ທີ່ມີມາພັນປີແລ້ວ, ເປີດກວ້າງໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານຍຸດທະສາດ, ຊຸກຍູ້ການພົວພັນ ຈີນ-ຟີລິບປິນໃຫ້ຂະຫຍາຍຕົວລົງສູ່ລວງເລິກ, ມີປະສິດທິຜົນຕົວຈີງ ແລະຂະ ຫຍາຍຕົວໄປໄກຢ່າງໜັກແໜ້ນ ເຊິ່ງໄດ້ຄ້ຳຊູການພັດທະນາຂອງສອງປະເທດ, ໄດ້ປະກອບພະລັງທາງບວກເພື່ອສັນຕິພາບແລະສະຖຽນລະພາບຂອງພາກພື້ນ.”