CMG ເປີດເຜີຍໂຄງການປະດິດສ້າງດ້ານວັດທະນະທຳກ່ຽວກັບການມອບສິດກັບລິຂະສິດຍີ່ຫຼໍ້ “ງານລາຕີສະຫຼອງບຸນກຸດຈີນ” ແລະໂຄງການຮ່ວມມື “ການປະດິດສ້າງດ້ານວັດທະນະທຳ”

2023-01-06 15:11:07 cri



  ວັນທີ 5 ມັງກອນນີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດກິດ ຈະກຳເປີດເຜີຍໂຄງການປະດິດສ້າງດ້ານວັດທະນະທຳກ່ຽວກັບການມອບສິດ ກັບລິຂະສິດຍີ່ຫຼໍ້ “ງານລາຕີສະຫຼອງບຸນກຸດຈີນ” ແລະໂຄງການຮ່ວມມື “ການປະດິດສ້າງດ້ານວັດທະນະທຳ”ຜ່ານທາງອ໋ອນລາຍ.    ໃນຖານະເປັນໂຄງການວັດທະນະທຳ ລະດັບຊາດແລະຍີ່ຫໍ້ວັດທະນະທຳຂອງຊາດ, ງານລາຕີສະຫຼອງບຸນກຸດຈີນຂອງ ວິທະຍຸໂທລະພາບສູນກາງຈີນທີ່ຈັດຂຶ້ນເປັນເວລາ 40 ປີມານີ້, ໄດ້ເສີມ ຂະຫຍາຍບົດບາດສຳຄັນໃນດ້ານຕ່າງໆ ເປັນຕົ້ນ: ໄດ້ຕອບສະໜອງຄວາມຕ້ອງ ການວັດທະນະທຳດ້ານຈິດໃຈຂອງປະຊາຊົນ, ຮັບໃຊ້ປະຊາຊົນເພື່ອໃຫ້ມີຊີວິດ ການເປັນຢູ່ທີ່ດີງາມ ແລະອື່ນໆ. ໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການເພີ່ມກຳ ລັງເຕົ້າໂຮມຄວາມສາມັກຄີແລະຍົກສູງບົດບາດອິດທິພົນຂອງວັດທະນະທຳຈີນ, ກະຕຸ້ນຄວາມມີຊີວິດຊີວາດ້ານການປະດິດສ້າງວັດທະນະທຳຈີນ.   



ເພື່ອເຮັດໃຫ້ຍີ່ຫໍ້ງານລາຕີສະຫຼອງບຸນກຸດຈີນບັນລຸຄຸນຄ່າດ້ານວັດທະນະທຳແລະມູນຄ່າດ້ານການໂຄສະນາເຜີຍແຜ່ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ໃນຊຸມປີຜ່ານມານີ້,     ວິທະຍຸໂທລະພາບສູນກາງຈີນໄດ້ສ້າງນິຍາມຍີ່ຫໍ້ “ງານລາຕີສະຫຼອງບຸນ  ກຸດຈີນ”, ດຳເນີນວຽກງານຢ່າງເປັນເອກະພາບກັນໃນດ້ານການມອບສິດຍີ່ຫໍ້, ການດຳເນີນທຸລະກິດລິຂະສິດ, ການໂຄສະນາແລະການຕະຫຼາດ, ເຮັດໃຫ້ການ ປະດິດສ້າງດ້ານສິລະປະກັບຄຸນຄ່າຂອງວັດທະນະທຳຈີນສາມາດເຊື່ອມໂຍງເຂົ້າ ກັນຢ່າງຄ່ອງແຄ້ວ, ໄປຄຽງຄູ່ກັບການຊຸກຍູ້ການສືບທອດ, ປະດິດສ້າງແລະຂະຫຍາຍວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມນັ້ນ, ຍັງໄດ້ເພີ່ມພະລັງອັນເຂັ້ມ ແຂງໃຫ້ກັບການຊຸກຍູ້ການພັດທະນາເສດຖະກິດວັດທະນະທຳດີຈີຕອນຂອງຈີນຕື່ມອີກ.