ບໍລິສັດການຜະລິດອາເມຣິກາຫຼາຍກວ່າ 60% ເຫັນວ່າ ປີ 2023 ຈະປະເຊີນກັບສະພາບເສດຖະກິດຊຸດໂຊມລົງ

2023-01-06 15:22:46 cri

ວັນທີ 5 ມັງກອນນີ້, ຕາມໜັງສືພິມ The Hill ລາຍງານວ່າ, ອີງຕາມຜົນການສຳຫຼວດຄວາມຄິດເຫັນຂອງສະມາຄົມບໍລິສັດການຜະລິດທົ່ວປະ ເທດອາເມຣິກາສະແດງໃຫ້ເຫັນວ່າ:  ມີບໍລິສັດການຜະລິດຈຳນວນ 62% ທີ່ເຂົ້າຮ່ວມຕອບແບບສອບຖາມເຫັນວ່າ, ອາເມຣິກາຈະປະເຊີນ ກັບສະພາບເສດຖະກິດຊຸດໂຊມລົງໃນປີ 2023.

ນອກນີ້, ຜົນການສຳຫຼວດຍັງສະແດງໃຫ້ເຫັນວ່າ, ບໍລິສັດການຜະລິດ 69% ຍັງຄົງເບິ່ງອະນາຄົດຂອງບໍລິສັດຕົນໄປໃນທິດທາງທີ່ດີ, ສ່ວນຕົວເລກນີ້ຖືເປັນສະຖິຕິຕ່ຳສຸດນັບແຕ່ໄຕມາດທີ 3 ຂອງປີ 2020 ເປັນຕົ້ນມາ. ບໍລິສັດການຜະລິດທັງຫຼາຍເຫັນວ່າ: ຄວາມຫຍຸ້ງຍາກຕົ້ນຕໍໄດ້ໂຮມສູນຢູ່ໃນບັນຫາຕ່າງໆ ເຊັ່ນ: ປະສົບອຸປະສັກກີດຂວາງໃນການຮັບສະໝັກງານ, ຕ່ອງໂສ້ການສະໜອງ ຂາດສະບັ້ນຢ່າງຕໍ່ເນື່ອງ, ຕົ້ນທຶນວັດຖຸດິບຢູ່ໃນລະດັບສູງແລະອື່ນໆ.

  ຕາມຂ່າວລາຍງານໃຫ້ຮູ້ວ່າ: ຜົນການສຳຫຼວດສະບັບນີ້ສະແດງໃຫ້ເຫັນ ວ່າ: ພາຍໃຕ້ສະພາບການທີ່ຄວາມຕ້ອງການມີໜ້ອຍ, ທະນາຄານກາງອາເມຣິກາ ຫຼື FED ໄດ້ປັບລະດັບອັດຕາດອກເບັ້ຍພາໃຫ້ຕົ້ນທຶນເງິນກູ້ເພີ່ມສູງຂຶ້ນ ແລະຈັງຫວະການຂະຫຍາຍຕົວດ້ານອຸດສາຫະກຳການຜະລິດຂອງອາເມຣິກາກຳລັງຊ້າລົງ.