ປະຊາຊົນຈີນມີຄວາມກະຕືລືລົ້ນເພີ່ມຂຶ້ນໃນການບໍລິໂພກໄລຍະພັກບຸນປີໃໝ່ສາກົນ 2023

2023-01-06 16:20:31 cri


ໃນໄລຍະພັກບຸນປີໃໝ່ສາກົນ 2023 ນີ້, ແຫ່ງຕ່າງໆຂອງຈີນໄດ້ຟື້ນຟູການດຳລົງຊີວິດປະຈຳວັນໃຫ້ເປັນປົກກະຕິ. ການຂົນສົ່ງຜູ້ໂດຍສານຜ່ານທາງຫຼວງ, ເສັ້ນທາງລົດໄຟ, ການບິນພົນລະເຮືອນ ແລະທາງນ້ຳໃນທົ່ວປະເທດ ໄດ້ຟື້ນຟູຄືນຢ່າງຕໍ່ເນື່ອງ, ຢູ່ແຫຼ່ງທ່ອງທ່ຽວ, ວົງການການຄ້າ ແລະຂະແໜງບໍລິການກິນດື່ມ ກໍມີຜູ້ບໍລິໂພກເພີ່ມຂຶ້ນເປັນກ້າວໆ.



ນັບແຕ່ເລີ່ມບໍລິການຂົນສົ່ງຜ່ານທາງລົດໄຟໃນວັນພັກບຸນປີໃໝ່ສາກົນເມື່ອວັນທີ 30 ທັນວາ 2022 ເປັນຕົ້ນມາ, ເສັ້ນທາງລົດໄຟໃນທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານ 5,08 ລ້ານເທື່ອຄົນຕໍ່ມື້ ເຊິ່ງໄດ້ເພີ່ມຂຶ້ນ 109% ເມື່ອທຽບໃສ່ຈຳນວນການຂົນສົ່ງຜູ້ໂດຍສານຕໍ່ມື້ໃນເດືອນພະຈິກປີ 2022. ໃນໄລຍະພັກບຸນປີໃໝ່ສາກົນ 2023 ເປັນເວລາ 3 ວັນ, ການຂົນສົ່ງຜູ້ໂດຍສານຜ່ານທາງຫຼວງແລະທາງນ້ຳໃນທົ່ວປະເທດຈີນ ມີຫຼາຍກວ່າ 61 ລ້ານເທື່ອຄົນ.

ໃນໄລຍະບຸນປີໃໝ່ສາກົນ, ວົງການການຄ້າຈຳນວນໜຶ່ງໄດ້ຈັດກິດຈະກຳຫຼຸດລາຄາເພື່ອສົ່ງເສີມການຂາຍ ເຮັດໃຫ້ມີຜູ້ບໍລິໂພກຫຼາຍຂຶ້ນຢ່າງເດັ່ນຊັດ. ພ້ອມກັນນັ້ນ,ການບໍລິໂພກດ້ານການກິນດື່ມກໍຟື້ນຟູເປັນກ້າວໆ.

ນອກນີ້, ທົ່ວປະເທດໄດ້ຂົນສົ່ງເຄື່ອງ 2,13 ຕື້ອັນ. ຈຳນວນການເກັບ(ຮັບ)ເຄື່ອງແລະການສົ່ງເຄື່ອງແມ່ນມີຫຼາຍກວ່າ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.