ໄທປະກາດນະໂຍບາຍເຂົ້າເມືອງຫຼ້າສຸດ

2023-01-06 12:59:46 CRI

    ຕອນບ່າຍຂອງວັນທີ 5 ມັງກອນນີ້ຕາມເວລາທ້ອງຖິ່ນ, ກະຊວງສາທາລະນະສຸກ, ກະຊວງການທ່ອງທ່ຽວແລະກິລາ, ກະຊວງຄົມມະນາຄົມ ແລະກະຊວງການຕ່າງປະເທດຂອງໄທໄດ້ຈັດກອງປະຊຸມຮ່ວມ, ໂດຍໄດ້ເປິກສາຫາລືແລະຕົກລົງມາດຕະການທີ່ເປັນຮູບປະທໍາກ່ຽວກັບການຕ້ອນຮັບນັກທ່ອງທ່ຽວສາກົນທີ່ອາດຈະເພີ່ມຂຶ້ນເປັນຈໍານວນຫຼາຍໃນໄລຍະມໍ່ໆນີ້.


    ທ່ານ ອະນຸທິນ ຊານວິຣະກຸນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທ ໃນນາມປະທານກອງປະຊຸມໄດ້ປະກາດຫຼັງຈາກກອງປະຊຸມວ່າ: ນະໂຍບາຍເຂົ້າເມືອງທີ່ໄດ້ປັບປຸງໃໝ່ນັ້ນຈະເປັນການໃຫ້ຄວາມສະເໝີພາບຕໍ່ຜູ້ເຂົ້າເມືອງທີ່ມາຈາກທຸກໆປະເທດແລະເຂດແຄວ້ນ, ເຊິ່ງມີຂໍ້ກໍານົດລະອຽດດັ່ງລຸ່ມນີ້: ຕ້ອງມີໃບຢັ້ງຢືນສັກວັກຊີນຄົບໂດສ; ຕ້ອງຊື້ປະກັນໄພສຸຂະພາບທີ່ມີການປິ່ນປົວພະຍາດໂຄວິດ-19 ນໍາ; ນັກທ່ອງທ່ຽວຈະໄດ້ກວດຫາເຊື້ອພະຍາດໂຄວິດ-19 ກ່ອນເດີນທາງກັບຄືນປະເທດ. ນອກນັ້ນ, ລັດຖະບານໄທຍັງຈະສ້າງຕັ້ງສູນເຄື່ອນໄຫວຮ່ວມ ເພື່ອອໍານວຍຄວາມສະດວກໃນດ້ານຕ່າງໆໃຫ້ກັບນັກທ່ອງທ່ຽວ, ພ້ອມດຽວກັນນີ້ຍັງໄດ້ແນະນໍາໃຫ້ສ້າງຕັ້ງຈຸດກວດຫາເຊື້ອພະຍາດໂຄວິດ-19 ຢູ່ໃນໂຮງແຮມຕື່ມອີກ.